|
 |
(GMT+08:00)
2006-04-30 18:40:15
|
 |
ປະທານອົງການອຳນາດແຫ່ງຊາດປາເລັສຕີນຮຽກຮ້ອງໃຫ້ຈັດກອງປະຊຸມສົນທະນາແຫ່ງຊາດເພື່ອຫາລືວິກິດການໃນສະເພາະໜ້ານີ້
cri
Author: da
ຕາມຂ່າວສານຊິນຮວາ:ວັນທີ 29 ເມສາ ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ອອກຖະແຫຼງການ,ຮຽກຮ້ອງໃຫ້ຈັດກອງປະຊຸມສົນທະນາແຫ່ງຊາດຮອບດ້ານ,ເພື່ອຫາລືວິກິດການທີ່ປາເລັສຕີນປະເຊີນໃນສະເພາະໜ້ານີ້.
ຫ້ອງວ່າການປະທານອົງການອຳນາດແຫ່ງຊາດປາເລັສຕີນເຜີຍໃຫ້ຮູ້ວ່າ,ທ່ານອັບບາສຈະເຊີນສະມາຊິກຄະນະບໍລິຫານງານຂອງອົງການປົດປ່ອຍປາເລັສຕີນ ນາຍົກລັດຖະມົນຕີຂອງລັດຖະບານປົກຄອງຕົນເອງ ຜູ້ຕາງໜ້າຂອງບັນດາພັກຝ່າຍແລະນັກປາດເປັນຕົ້ນລວມ 200 ກວ່າຄົນ,ຈັດກອງປະຊຸມສົນທະນາແຫ່ງຊາດຮອບດ້ານຢູ່ລາມາລາ ເມືອງຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະແຖບກາຊາໃນວັນທີ 2 ພຶດສະພາ.
ແຕ່ອົງການຮາມາສປາເລັສຕີນສ້າງຕັ້ງລັດຖະບານໃນທ້າຍເດືອນມີນາມານີ້,ອິສລະແອນແລະຝ່າຍຕາເວັນຕົກປະຕິບັດການອັດຕັນທາງເສດຖະກິດຕໍ່ປາເລັສຕີນ,ຢູ່ພາຍໃນປາເລັສຕີນພັດເກີດມີການປະທະກັນດ້ວຍກຳລັງອາວຸດຍ້ອນລະຫວ່າງປະທານອົງການອຳນາດແຫ່ງຊາດກັບລັດຖະບານມີຄວາມເຫັນແຕກຕ່າງກັນທາງການເມືອງ,ປາເລັສຕີນພວມປະເຊີນກັບວິກິດການທາງການເງິນແລະວິກິດການດ້ານຄວາມປອດໄພທີ່ຂ້ຽວຂາດ.
|
|
|