ທ່ານນາງອູອີເວົ້າວ່າ,ການເພີ່ມທະວີການພົວພັນທາງການຄ້າລະຫວ່າງຈີນອາເມລິກາສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຊາດ
cri
Author: da
 ຕາມຂ່າວCRI:ວັນທີ 11 ເມສາ ຢູ່ວໍຊິງຕັນ ນະຄອນຫຼວງອາເມລິກາ,ທ່ານນາງອູອີ ຮອງນາຍົກລັດຖະມົນຕີຈີນ ທັງເປັນປະທານຝ່າຍຈີນຂອງຄະນະກຳມະການປະສົມການຄ້າຈີນອາເມລິກາໄດ້ກ່າວວ່າ,ການເພີ່ມທະວີການພົວພັນທາງການຄ້າລະຫວ່າງຈີນອາເມລິກາສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນສອງຊາດ.
 ທ່ານນາງອູອີແມ່ນໃຫ້ທັດສະນະດັ່ງກ່າວໃນງານຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມຄະນະກຳມະການປະສົມການຄ້າຈີນອາເມລິກາຄັ້ງທີ 17.ທ່ານນາງຊີ້ອອກວ່າ,ຄວາມຕາບຈູນກັນລະຫວ່າງຈີນອາເມລິກາໃນດ້ານເສດຖະກິດແລະຕ່າງຝ່າຍຕ່າງມີຜົນປະໂຫຍດໃນການຮ່ວມມືທາງເສດຖະກິດການຄ້ານັ້ນ,ແມ່ນພະລັງແມ່ແຮງແຫ່ງການຂະຫຍາຍການພົວພັນທາງເສດຖະກິດການຄ້າລະຫວ່າງສອງປະເທດຢ່າງຖາວອນ.
 ໃນເວລາກ່າວເຖິງບັນຫາຂາດດຸນການຄ້າງວດໃຫຍ່ຂອງຝ່າຍອາເມລິກາ,ທ່ານນາງອູອີເວົ້າວ່າ,ຝ່າຍອາເມລິກາຄວນແກ້ໄຂການຈຳກັດການສົ່ງອອກຜະລິດຕະພັນໄຮເຕັກໃຫ້ຈີນ,ເພື່ອຜ່ອນຄາຍຄວາມບໍ່ດຸນດ່ຽງກັນດ້ານການຄ້າລະຫວ່າງສອງປະເທດ.ອາເມລິກາແມ່ນປະເທດທີ່ຈະເລີນກວ່າເພິ່ນໃນໂລກ,ໄຮເຕັກແລະວິທະຍາສາດເຕັກນິກສູງຂອງເຂົາແມ່ນຢູ່ໃນລະດັບໜ້ານຳໃນທົ່ວໂລກ,ຄວນເສີມຂະຫຍາຍທ່າແຮງຂອງວິທະຍາສາດເຕັກນິກສູງ,ສົ່ງອອກໃຫ້ຈີນ.
ໂດຍແນໃສ່ການກະທຳຂອງສະມາຊິກສະພາອາເມລິກາທີ່ສະເໜີຍັດຕິລົງໂທດເພື່ອສະແຫວງການແກ້ໄຂບັນຫາຂາດດຸນທາງການຄ້າຂອງອາເມລິການັ້ນ,ໃນງານຖະແຫຼງຂ່າວ ທ່ານຄາໂລສ໌ ກູເຕຍເລສ໌ ປະທານຝ່າຍອາເມລິກາຂອງກອງປະຊຸມ ລັດຖະມົນຕີການຄ້າອາເມລິກາຊີ້ອອກວ່າ,ວິທີແກ້ໄຂການຂາດດຸນທາງການຄ້າໃນປະຈຸບັນ ແມ່ນເພີ່ມສົ່ງອອກຂອງອາເມລິກາໃຫ້ຈີນ,ຫາກບໍ່ແມ່ນຕັ້ງອຸປະສັກ ຫຼຸດການນຳເຂົ້າໃຫ້ໜ້ອຍລົງ.
|
|