ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 21:33:53    
ພັກ​ຝ່າຍ​ຄ້ານ​ຂອງ​ໄທ​ປະກາດ​ວ່າ​ຈະ​ບໍ່​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ໃນ​ວັນ​ທີ 23 ​ເມສາ

cri Author: mo
ຕາມ​ຂ່າວCRI:ວັນ​ທີ 5 ​ເມສາ, ສາມພັກ​ຝ່າຍ​ຄ້ານ​ໃຫຍ່​ຂອງ​ໄທ​ກ່າວ​ວ່າ, ຈະ​ບໍ່​ເຂົ້າຮ່ວມ​ການ​ເລືອກ​ຕັ້ງ​ເພີ່ມ​ຕື່ມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ​ເມສາ.

ພັກ​ປະຊາທິປັດ ພັກ​ຊາດ​ໄທ​ແລະ​ພັກ​ມະຫາຊົນ​ ​ເຊິ່ງ​ເປັນ​ສາມ​ພັກ​ຝ່າຍ​ຄ້ານ​ໃຫຍ່​ຂອງ​ໄທ​​ໄດ້​ທຳ​ການ​ຕົກລົງ​ດັ່ງກ່າວ​ຫຼັງຈັດ​ກອງ​ປະຊຸມ​ຮ່ວມ​ໃນ​ວັນ​ທີ 5 ​ເມສາ. ທ່ານຈຸລິນ ລັກສະນະ​ວິສິດ ຮອງ​ປະທານ​ພັກ​ປະຊາທິປັດ​ໄດ້​ຕາງໜ້າ​ສາມ​ພັກ​ດັ່ງກ່າວ​ປະກາດ​ວ່າ, ພັກ​ຝ່າຍ​ຄ້ານ​ຈະ​ຖ້າ​ໃຫ້​ປະ​ເທດ​ສຳ​ເລັດ​ຂະ​ບວນການ​ປະຕິ​ຮູບທາງ​ການ​ເມືອງ​ແລ້ວ​ຈິ່ງ​ແຕ່ງ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ.