ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 19:01:13    
ທ່ານ​ຊິດ​ໄຊ ຮອງ​ນາຍົກ​ໄທ​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຊົ່ວ​ຄາວ

cri Author: MO
ຕາມ​ຂ່າວCRI: ວັນ​ທີ 5 ​ເມ​ສາ, ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີຮັກສາການ​ຂອງ​ໄທ​ໄດ້​ເຊັນ​ດຳລັດ, ​ແຕ່ງຕັ້ງທ່ານ​ຊິດ​ໄຊ ວັນນະ​ສະຖິດ ຮອງ​ນາຍົກລັດຖະມົນຕີຜູ້ທີ​ໜຶ່ງ​ທີ່​ຮັບຜິດ​ຊອກ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ ​ດຳລົງ​ຕຳ​ແໜ່ງນາຍົກລັດຖະມົນຕີຮັກສາການ​ຊົ່ວຄາວ.

ຕາມ​ຂ່າວສານ​ໄທ​ລາຍ​ງານ​ວ່າ, ທ່ານ​ທັກສິນ​ແມ່ນ​ທຳ​ການ​ຕົກລົງ​ດັ່ງກ່າວ​ໃນ​ກອງ​ປະຊຸມວິ​ສາ​ມັນ​ຂອງ​ຄະນະ​ລັດຖະບານ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ​ເມສາ. ທ່ານ​ຍັງ​ກ່າວ​ວ່າ, ຕົນ​ເອງ​ຍັງ​ແມ່ນ​ນາຍົກລັດຖະມົນຕີຮັກສາການ, ຍັງ​ຄົງ​ແມ່ນ​ຜູ້ນຳ​ຂອງ​ລັດຖະບານ, ​ແລະ​ສາມາດທຳ​ການ​ຕົກລົງ​ສຸດ​ທ້າຍຢູ່​ທຸກ​ເວລາ​ຕໍ່​ວຽກ​ງານ​ແຫ່ງ​ຊາດ. ນອກ​ນີ້, ທ່ານ​ທັກສິນ​ຍັງ​ຮັກສາ​ຕຳ​​ແໜ່​ງ​ເປັນ​ປະທານ​ພັກ​ໄທ​ຮັກ​ໄທ​ຢູ່.

ຂ່າວ​ແຈ້ງວ່າ, ທ່ານ​ທັກສິນ​ຈະ​ຜັກ​ຜ່ອນ​ໄລຍະ​ໜຶ່ງ. ​ໃນ​ໄລຍະ​ນີ້, ນອກຈາກ​ມີ​ຫົວ​ຂໍ້​ສຳຄັນ​ແລ້ວ, ທ່ານ​ທັກສິນ​ຈະ​ບໍ່​ເຂົ້າຮ່ວມ​ກອງ​ປະຊຸມ​ໃດໆ​ຂອງ​ຄະນະ​ລັດຖະບານ​ຮັກສາ​ການ​.