|
 |
(GMT+08:00)
2006-03-30 13:25:47
|
 |
ທ່ານຊີຣາຈຸດດິນ ປະມຸກລັດສູງສຸດມາເລເຊຍພົບປະທ່ານເຈຍຊິ້ງຫຼິນ
cri
Author: da
ຕາມຂ່າວCRI:ວັນທີ 29 ມີນາ ຢູ່ກົວລາລຳເປີ ທ່ານຊີຣາຈຸດດິນ ປະມຸກລັດສູງສຸດມາເລເຊຍໄດ້ພົບປະທ່ານເຈຍຊິ້ງຫຼິນ ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນທີ່ໄປຢ້ຽມຢາມສັນຖະວະໄມຕີຕໍ່ມາເລເຊຍຢ່າງເປັນທາງການ.
 ໃນການພົບປະ,ທ່ານເຈຍຊິ້ງຫຼິນເວົ້າວ່າ,ການແລກປ່ຽນກັນທຸກຂັ້ນລະຫວ່າງຈີນມາເລເຊຍໃນສະເພາະໜ້ານີ້ນັບມື້ນັບຄຶກຄັກ,ຂົງເຂດຮ່ວມມືກໍເປີດກວ້າງອອກຢ່າງບໍ່ຢຸດຢັ້ງ.ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໄດ້ແຕກດອກອອກຜົນຢ່າງເດັ່ນຊັດ,ຈີນໄດ້ກາຍເປັນຄູ່ຂາການຄ້າໃຫຍ່ທີ 4 ຂອງມາເລເຊຍແລ້ວ.ສອງຝ່າຍໄດ້ຮັກສາການປະສານງານແລະການປະສານສົມທົບກັນທີ່ດີໃນວຽກງານສາກົນແລະພາກພື້ນ.ປະຈຸບັນ,ຈີນມາເລເຊຍລ້ວນແຕ່ອອກແຮງຊຸກຍູ້ການຮ່ວມມືຍຸດທະສາດ,ການພົວພັນລະຫວ່າງສອງຝ່າຍໄດ້ກ້າວເຂົ້າສູ່ໄລຍະໃໝ່ທີ່ຂະຫຍາຍຕົວຢ່າງຮອບດ້ານ.
ທ່ານເຈຍຊິ້ງຫຼິນເວົ້າວ່າ,ຈີນຍິນດີຮັດແໜ້ນການຮ່ວມມືກັບຝ່າຍມາເລເຊຍໃນການທ່ອງທ່ຽວ,ເປີດກວ້າງການແລກປ່ຽນດ້ານການສຶກສາຢ່າງບໍ່ຢຸດຢັ້ງ,ຕັ້ງໜ້າປະຕິບັດ"ສັນຍາຮ່ວມມືກະສິກຳ"ລະຫວ່າງສອງປະເທດ.
ທ່ານຊີຣາຈຸດດິນເວົ້າວ່າ,ຈີນແມ່ນປະເທດອາຊີທີ່ມີຜົນສະທ້ອນອັນສຳຄັນແລະເປັນປະເທດໃກ້ຄຽງທີ່ດີຕໍ່ກັນຂອງມາເລເຊຍ,ສອງປະເທດລ້ວນແຕ່ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ,ຕັ້ງໜ້າລິເລີ່ມການຮ່ວມມືພາກພື້ນ,ມີຈຸດຄືກັນຢ່າງຫຼວງຫຼາຍ.ຝ່າຍມາເລເຊຍເອົາໃຈໃສ່ນຳການພົວພັນກັບຈີນໂດຍຕະຫຼອດ,ຍິນດີສືບຕໍ່ເພີ່ມທະວີການແລກປ່ຽນແລະຮ່ວມມືກັບຝ່າຍຈີນໃນຂົງເຂດການເມືອງ ເສດຖະກິດການຄ້າ ການສຶກສາແລະການທ່ອງທ່ຽວເປັນຕົ້ນ,ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຕື່ມອີກ.
|
|
|