|
 |
(GMT+08:00)
2006-03-29 15:07:42
|
ທ່ານທັກສິນຫວັງໃຫ້ຟື້ນຟູຄວາມສະຫງົບແຫ່ງຊາດໂດຍໄວເທົ່າທີ່ຈະໄວໄດ້
cri
Author: da
ຕາມຂ່າວCRI:ວັນທີ 29 ມີນາ ຢູ່ຊຽງໄໝ່ເມືອງພາກເໜືອຂອງໄທ ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີລັດຖະບານຮັກສາການຂອງໄທກ່າວວ່າ,ຫວັງໃຫ້ຟື້ນຟູຄວາມສະຫງົບແຫ່ງຊາດໂດຍໄວເທົ່າທີ່ຈະໄວໄດ້.ແຕ່ພ້ອມກັນນັ້ນ ທ່ານກ່າວເນັ້ນວ່າ,ປະເທດໃດໜຶ່ງຕ້ອງເຮັດຕາມກົດເກນ,ກົດໝາຍຂອງຊາດຕ້ອງການທົ່ວສັງຄົມຮ່ວມກັນປົກປັກຮັກສາ.
ທ່ານທັກສິນແມ່ນໃຫ້ທັດສະນະດັ່ງກ່າວໃນເວລາເຂົ້າຮ່ວມການເຄື່ອນໄຫວວັດພຸດທະສາສະໜາທີ່ມີຊື່ສຽງຢູ່ຊຽງໄໝ່ໃນມື້ດຽວກັນ.ໃນເວລາກ່າວເຖິງການທີ່ພັກຝ່າຍຄ້ານຈະຈັດງານຊຸມນຸມສະແດງກຳລັງຢ່າງຂະໜາດໃຫຍ່ຢູ່ສູນການຄ້າທີ່ຈະເລີນກວ່າໝູ່ຂອງບາງກອກໃນຕອນບ່າຍມື້ດຽວກັນນັ້ນ,ທ່ານທັກສິນເວົ້າວ່າ,ລັດຖະບານຈະຮັກສາຄວາມອົດທົນ,ບໍ່ໃຊ້ກຳລັງອາວຸດຂັບໄລ່ງານຊຸມນຸມ,ແຕ່ພ້ອມກັນນັ້ນກໍຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງກໍ່ຕ້ອງເຮັດຕາມກົດເກນ.
|
|
|