|
 |
(GMT+08:00)
2006-03-25 17:54:40
|
 |
ພັກຝ່າຍຄ້ານຂອງໄທທວງໃຫ້ຄະນະກຳມະການເລືອກຕັ້ງຍົກເລີກການເລືອກຕັ້ງທົ່ວໄປ
cri
Author: da
ຕາມຂ່າວCRI:ຕອນຄືນເດິກວັນທີ 24 ມີນາ "ພັນທະມິດປະຊາຊົນເພື່ອປະຊາທິປະໄຕ(ຄືPAD)" ຊຶ່ງເປັນພັກຝ່າຍຄ້ານຂອງໄທໄດ້ສະເໜີຄຳຮ້ອງຂໍຕໍ່ຄະນະກຳມະການເລືອກຕັ້ງຂອງໄທ,ທວງໃຫ້ຍົກເລີກການເລືອກຕັ້ງທົ່ວໄປໃນວັນທີ 2 ເມສາ,ຖ້າບໍ່ດັ່ງນັ້ນຈະສືບຕໍ່ຈັດງານຊຸມນຸມສະແດງກຳລັງ.
ວັນທີ 25 ມີນາ ຂ່າວສານໄທລາຍງານວ່າ,ຜູ້ນຳຕົ້ນຕໍຜູ້ໜຶ່ງຂອງPADເປີດເຜີຍຕໍ່ສື່ມວນຊົນວ່າ,ພວກເຂົາເຈົ້າໄດ້ຍື່ນໜັງສືຮ້ອງຂໍໃຫ້ຄະນະກຳມະການເລືອກຕັ້ງແລ້ວ,ຄະນະກຳມະການເລືອກຕັ້ງກ່າວສະແດງວ່າຈະພິຈາລະນາຂໍ້ສະເໜີຢ່າງລະມັດລະວັງ,ແລະໃຫ້ຄຳຕອບກ່ອນທ້າຍເດືອນມີນາ.ທ່ານຍັງເວົ້າວ່າ,ເມື່ອຄະນະກຳມະການເລືອກຕັ້ງຕົກລົງຍົກເລີກການເລືອກຕັ້ງທົ່ວໄປແລ້ວ,ພັກຝ່າຍຄ້ານກໍຢຸດເຊົາການຈັດງານຊຸມນຸມສະແດງກຳລັງໃນທັນທີ.
ຕອນບ່າຍວັນທີ 25 ມີນາ,ພັກຝ່າຍຄ້ານໄດ້ເລີ່ມແຫ່ຂະບວນຢ່າງຂະໜາດໃຫຍ່ອີກຄັ້ງໜຶ່ງຢູ່ບາງກອກ,ທວງໃຫ້ຄະນະລັດຖະບານທັກສິນລາອອກຈາກຕຳແໜ່ງເປັນໝູ່ຄະນະ.ລັດຖະບານໄດ້ຈັດວາງຕຳຫຼວດ 3 ໝື່ນຄົນຢູ່ບ່ອນມໍ່ທາງແຫ່ຂະບວນ,ເພື່ອປ້ອງກັນບໍ່ໃຫ້ໃຊ້ກຳລັງຮຸນແຮງ.
|
|
|