|
 |
(GMT+08:00)
2006-03-24 17:24:49
|
ປາເລັສຕີນອິສລາແອນສາມາດເຊັນສັນຍາສັນຕິພາບພາຍໃນໜຶ່ງປີ
cri
Author: MO
ຕາມຂ່າວCRI: ຫວ່າງມໍ່ໆນີ້, ທ່ານອັບບາສ໌ ປະທານອົງການອຳນາດແຫ່ງຊາດປາເລັສຕີນກ່າວວ່າ, ປາເລັສຕີນອິສລາແອນສາມາດກ້າວເຖິງຂັ້ນເຊັນສັນຍາສັນຕິພາບພາຍໃນໜຶ່ງປີ.
ໜັງສືພິມຮາເລັສ໌ສະບັບວັນທີ 24 ມີນາລາຍງານວ່າ, ທ່ານອັບບາສ໌ໄດ້ສະເໜີຕໍ່ຝ່າຍອາເມລິກາແລະອິສຣາແອນວ່າ, ພາຍຫຼັງອິສຣາແອນຈັດການເລືອກຕັ້ງທົ່ວໄປແລ້ວ, ປາເລັສຕີນອິສຣາແອນຈະດຳເນີນການເຈລະຈາຢ່າງປິດລັບກ່ຽວກັບບັນຫາຖານະສຸດທ້າຍ, ແລະຈະກ້າວເຖິງຂັ້ນເຊັນສັນຍາສັນຕິພາບພາຍໃນໜຶ່ງປີ. ທ່ານເວົ້າວ່າ, ແຜນການແກ້ໄຂການປະທະກັນລະຫວ່າງປາເລັສຕີນກັບອິສຣາແອນຕ້ອງຢູ່ບົນພື້ນຖານຊາຍແດນກ່ອນສົງຄາມຕາເວັນອອກກາງເມື່ອປີ 1967, ແຕ່ຍ້ອນພິຈາລະນາເຖິງອິສຣາແອນມີຈຸດຕັ້ງຖິ່ນຖານຊາວຢິວຂະໜາດໃຫຍ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ປາເລັສຕີນຈະພິຈາລະນາແລກປ່ຽນດິນແດນກັບອິສຣາແອນໄດ້. ເຈົ້າໜ້າທີ່ອິສຣາແອນຍັງບໍ່ທັນໄດ້ວິຈານຂໍ້ສະເໜີຂອງທ່ານອັບບາສ໌ເທື່ອ.
|
|
|