|
 |
(GMT+08:00)
2006-03-20 16:08:44
|
ຄົນຍີ່ປຸ່ນສ່ວນຫຼາຍເຫັນວ່ານາຍົກລັດຖະມົນຕີຊຸດໜ້າບໍ່ຄວນໄປນະມັດສະກັນວັດຢາຊຶຄູນີ
cri
Author: min
ຕາມຂ່າວສານຊິນຮວາ: ຜົນການຢັ່ງຫາງສຽງທີ່ລົງພິມຢູ່ໜັງສືພິມຊານເຄ ຊິມປຸນຍີ່ປຸ່ນສະບັບວັນທີ 20 ມີນາສ່ອງແສງໃຫ້ເຫັນວ່າ, ພົນລະເມືອງຍີ່ປຸ່ນ 52,6% ເຫັນວ່າ ນາຍົກລັດຖະມົນຕີຊຸດໜ້າບໍ່ຄວນໄປນະມັດສະກັນວັດຢາຊຶຄູນີ.
ວັນທີ 16 ມີນາ, ໜັງສືພິມຊານເຄ ຊິມປຸນໄດ້ຢັ່ງປະຊາມະຕິຍິງຊາຍທີ່ເຕັມກະສຽນອາຍຸ 500 ຄົນຢູ່ໂຕກຽວແລະເຂດອ້ອມແອມ, ພົນລະເມືອງຍີ່ປຸ່ນສ່ວນຫຼາຍເຫັນວ່ານາຍົກລັດຖະມົນຕີຊຸດໜ້າບໍ່ຄວນໄປນະມັດສະກັນວັດຢາຊຶຄູນີ, ຜູ້ສະໜັບສະໜູນນາຍົກລັດຖະມົນຕີໄປນະມັດສະກັນວັດຢາຊຶຄູນີມີແຕ່ 36.2%. ໃນຜູ້ຮັບການຢັ່ງປະຊາມະຕິ, ມີ 43% ເຫັນວ່າ, ບັນຫາທີ່ຕ້ອງແກ້ໄຂກ່ອນໝູ່ເພື່ອບູລະນະການພົວພັນຍີ່ປຸ່ນຈີນນັ້ນແມ່ນບັນຫານະມັດສະກັນວັດຢາຊຶຄູນີ, ແລ້ວຈຶ່ງແມ່ນບັນຫາຂຸດຄົ້ນນ້ຳມັນເຊື້ອໄຟແລະອາຍແກສ໌ຢູ່ທະເລຈີນຕະເວັນອອກ.
|
|
|