|
 |
(GMT+08:00)
2006-03-19 17:24:44
|
ກຸ່ມຮາມັສສຳເລັດການປະກອບຄະນະລັດຖະບານແລ້ວ
cri
Author: MO
ຕາມຂ່າວCRI:ວັນທີ 18 ມີນາ, ທ່ານຈູເຣີຣີ ໂຄສົກກຸ່ມຮາມັສກ່າວວ່າ, ກຸ່ມຮາມັສໄດ້ສຳເລັດການປະກອບຄະນະລັດຖະບານແລ້ວ, ແລະຈະຍື່ນບັນຊີລາຍຊື່ຄະນະລັດຖະບານໃຫ້ທ່ານອາບາສ໌ ປະທານອົງການອຳນາດແຫ່ງຊາດປາເລັສຕີນ.
ຕາມກົດໝາຍທີ່ກ່ຽວຂ້ອງຂອງປາເລັສຕີນ, ບັນຊີລາຍຊື່ຄະນະລັດຖະບານຂອງກຸ່ມຮາມັສຕ້ອງໄດ້ຮັບການອະນຸມັດຈາກທ່ານອາບາສ໌ແລ້ວຈຶ່ງຈະຍື່ນໃຫ້ສະພານິຕິບັນຍັດປາເລັສຕີນໄດ້, ບັນຊີລາຍຊື່ຄະນະລັດຖະບານຕ້ອງຮັບການພິຈາລະນາອະນຸມັດຈາກສະພານິຕິບັນຍັດແລ້ວຈຶ່ງມີຜົນບັນຄັບໃຊ້. ມື້ດຽວກັນ, ທ່ານນາບິນ ອາບູດາຍນາ ໂຄສົກຂອງທ່ານອາບາສ໌ກ່າວວ່າ, ທ່ານອາບາສ໌ເຫັນວ່າຄວນໃຫ້ໂອກາດປົກຄອງປະເທດແກ່ກຸ່ມຮາມັສ, ສະນັ້ນ, ທ່ານບໍ່ຫ່ອນຊິປະຕິເສດບັນຊີລາຍຊື່ດັ່ງກ່າວ.
ມື້ດຽວກັນ, ທ່ານຮານີເຢ ຜູ້ນຳກຸ່ມຮາມັສ ນາຍົກລັດຖະມົນຕີຜູ້ໃໝ່ຂອງລັດຖະບານປາເລັສຕີນປົກຄອງຕົນເອງຮຽກຮ້ອງໃຫ້ຝ່າຍຕ່າງໆເຂົ້າຮ່ວມລັດຖະບານຊຸດໃໝ່ຂອງປາເລັສຕີນ.
|
|
|