ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 17:19:01    
ສປປ​ເກົາຫລີ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​ປ່ຽນ​ແປງ​ທ່າ​ທີ​ໃນ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 13 ມີນາ, ໜັງສືພິມ​ໂລ​ດົງ​ຊິນ​ມູນ ສຽງ​ຂອງ​ສູນ​ກາງ​ພັກ​​ແຮງ​ງານ​ເກົາຫຼີພິມ​ບົດ​ວິຈານ​ວ່າ, ອາ​ເມ​ລິ​ກາ​ໄດ້​ໃຊ້​ທ່າ​ທີ​​ແບບ​ສອງ​ໜ້າຕໍ່​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ. ຖ້າ​ອາ​ເມ​ລິ​ກາບ​ບໍ່​ປ່ຽນ​ແປງ​ທ່າ​ທີ​ດັ່ງກ່າວ, ບໍ່​ປະລະ​ນະ​ໂຍບາຍ​ເປັນ​ປໍ​ລະ​ປັກ​ຕໍ່ສປປ​ເກົາຫລີ, ການ​ເຈລະຈາ 6 ຝ່າຍ​ກໍ​ບໍ່​ອາດ​ຈັດຂຶ້ນຄືນ​ໃໝ່ໄດ້, ບັນຫາ​ນິວ​ເຄຼຍກໍບໍ່​ສາມາດ​ໄດ້​ຮັບ​ການ​ແກ້​ໄຂ.

ບົດ​ວິຈານ​ຊີ້​ອອກ​ວ່າ, ​ເມື່ອ​ສັງ​ເກດຈາກ​ສະພາບ​ການ​​ເຈລະຈາ 6 ຝ່າຍ​ຫຼາຍ​ເທື່ອ​ໃນ​​ເມື່ອ​ກ່ອນ​ແລ້ວ​ເຫັນ​ວ່າ, ​​ການ​ເຈລະຈາ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເທື່ອ​ໃດ, ຫຼືສປປ​ເກົາຫລີ​ວາງ​ຂໍ້​ສະ​ເໜີ​ໃໝ່​​ເທື່ອ​ໃດ, ອາ​ເມ​ລິ​ກາ​ກໍ​ຈະສະ​ເໜີ​ບັນຫາ​ຕ່າງໆ​​ແບບ​ບໍ່​ມີ​ຫາ​ໃສ່ເຊັ່ນ"ສິດທິ​ມະນຸດ", "​ເຮັດ​ເງິນ​ປອມ" ​ແລະ​"ການ​ຄ້າ​ຢາ​ເສບ​ຕິດ"​ເປັນຕົ້ນ, ມາ​ກະຕຸກ​ສປປ​ເກົາຫລີ, ສາດນ້ຳ​​ເຢັນ​ໃສ່​ການ​ເຈລະຈາ, ຂັດຂວາງ​ບໍ່​ໃຫ້ການ​ເຈລະຈາມີ​ຄວາມ​ຄືບ​ໜ້າ​ຕື່ມ​ອີກ. ການ​ກະທຳ​ຂອງ​ອາ​ເມ​ລິ​ກາ​ເຫຼົ່ານີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ໃນ​​ທາງນອກ, ມັນ​​ເປີດ​ປ່າວ​ໃຫ້​ຈັດການ​ເຈລະຈາ 6 ຝ່າຍ​ຄືນ​ໃໝ່, ​ແຕ່​ທີ່​ຈິງ​ແລ້ວ, ພັດ​ບໍ່​ຢາກ​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫລີ​ດ້ວຍ​ວິທີ​ການ​ປຶກສາ​ຫາລື​ກັນ.
ບົດ​ວິຈານ​ກ່າວລື້​ມວ່າ, ການບັນລຸ​ໃຫ້​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍ​ແມ່ນ​ຈຸດໝາຍ​ສຸດ​ທ້າຍ​ຂອງ​ສປປ​ເກົາຫລີ, ສປປ​ເກົາຫລີ​ໄດ້​ທຳ​ຄວາມ​ພະຍາຍາມ​ຕະຫຼອດ​​ມາ​ເພື່ອເຮັດ​ໃຫ້​ແຫຼມ​ເກົາຫລີ​ປອດ​ນິວ​ເຄຼຍ​ໂດຍ​ຜ່ານ​ການ​ສົນທະນາ​ແລະ​ຫາລື​ກັນ.