|
 |
(GMT+08:00)
2006-03-11 20:20:32
|
 |
ຜູ້ນຳອົງການຮາມາສເຫັນໄປໃນແງ່ດີຕໍ່ອະນາຄົດການຈັດຕັ້ງຄະນະລັດຖະບານ
cri
Author: da
ຕາມຂ່າວCR:ວັນທີ 10 ມີນາ ທ່ານຮານີເຢ ນາຍົກລັດຖະມົນຕີຜູ້ໃໝ່ຂອງລັດຖະລານປາເລັສຕີນປົກຄອງຕົນເອງ ຜູ້ນຳອົງການຮາມາສໄດ້ອອກຖະແຫຼງການ,ສະແດງຄວາມເຫັນທີ່ເຫັນໄປໃນແງ່ດີຕໍ່ການຈັດຕັ້ງລັດຖະບານຊຸດໃໝ່,ການຫາລືກັນກ່ຽວກັບການຈັດຕັ້ງຄະນະລັດຖະບານລະຫວ່າງອົງການຮາມາສກັບບັນດາຝ່າຍມີຫວັງສິ້ນສຸດລົງໃນໄວໆນີ້.
ມື້ດຽວກັນ ຢູ່ກາຊາ ທ່ານຮານີເຢໄດ້ເຈລະຈາກັບທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນ,ທັງໄດ້ມອບຈົດໝາຍຕອບກ່ຽວກັບສານແຕ່ງຕັ້ງນາຍົກລັດຖະມົນຕີໃຫ້ທ່ານອາບາສ.ທ່ານເວົ້າວ່າ,ຈົດໝາຍຕອບກ່ຽວພັນເຖິງນະໂຍບາຍມະຫາພາກຂອງການຈັດຕັ້ງຄະນະລັດຖະບານ,ໂຄງການການເມືອງຂອງລັດຖະບານຊຸດໃໝ່ຈະແຈ່ມແຈ້ງກວ່າເກົ່າ,ມີຫວັງໄດ້ຮັບຄວາມໄວ້ວາງໃຈຈາກການປ່ອນບັດຂອງຄະນະກຳມະການນິຕິບັນຍັດ.
ນອກນີ້ ຂ່າວແຈ້ງວ່າ,ໃນມື້ດຽວກັນ ທ່ານນາງເບນີດາ ເຟເຣໂຣ ວາເນີ ກຳມະການສະຫະພາບເອີລົບທີ່ຮັບຜິດຊອບການພົວພັນກັບຕ່າງປະເທດແລະນະໂຍບາຍບ້ານໃກ້ເຮືອນຄຽງຂອງເອີລົບເວົ້າວ່າ,ສະຫະພາບເອີລົບຍັງບໍ່ໄດ້ຕົກລົງກັນເທື່ອໃນບັນຫາຊ່ອຍເຫຼືອລັດຖະບານຊຸດໃໝ່ຂອງປາເລັສຕີນທີ່ນຳໂດຍອົງການຮາມາສ.
|
|
|