|
 |
(GMT+08:00)
2006-03-11 18:50:57
|
 |
ບົດລາຍງານສິດທິມະນຸດປະຈຳປີຂອງອາເມລິກາຖືກປະຊາຄົມໂລກຕິຕຽນ
cri
Author: min
ຕາມຂ່າວCRI: ວັນທີ 10 ມີນາ, ຣັດເຊຍ, ໄທ, ຟິລິປິນແລະຫວຽດນາມໄດ້ຕິຕຽນຢ່າງຮຸນແຮງຕໍ່ບົດລາຍງານສິດທິມະນຸດບັນດາປະເທດປະຈຳປີ 2005 ທີ່ກະຊວງການຕ່າງປະເທດອາເມລິກາປະກາດໃນຫວ່າງມໍ່ໆນີ້.
ໂຄສົກກະຊວງການຕ່າງປະເທດຣັດເຊຍເວົ້າຕໍ່ວົງການໜັງສືພິມວ່າ, ບົດລາຍງານສິດທິມະນຸດບັນດາປະເທດປະຈຳປີຂອງກະຊວງການຕ່າງປະເທດອາເມລິກາໄດ້ບິດເບືອນສະພາບສິດທິມະນຸດຂອງຣັດເຊຍຢ່າງບັງອາດ, ມັນຍ່ອມຈະຂັດຂວາງການຂະຫຍາຍຕົວອັນປົກກະຕິຂອງການພົວພັນຣັດເຊຍອາເມລິກາໂດຍບໍ່ຕ້ອງສົງໄສ. ທ່ານຊີ້ອອກວ່າ, ໃນປະເທດອາເມລິກາກໍ່ມີສະພາບລ່ວງລ້ຳສິດທິມະນຸດຄືກັນ, ແຕ່ອາເມລິກາພັດຕີລາຄາສະພາບສິດທິມະນຸດຂອງປະເທດອື່ນຢ່າງບໍ່ເອົາຫົວຊານຳສະພາບນອກຕົວ, ນີ້ພິສູດໃຫ້ເຫັນຢ່າງເຕັມສ່ວນວ່າອາເມລິກາປະຕິບັດສອງມາດຖານໃນຂົງເຂດສິດທິມະນຸດ.
ກະຊວງການຕ່າງປະເທດໄທອອກຖະແຫຼງການ, ຊີ້ອອກວ່າ, ອາເມລິກາບໍ່ມີສິດຕັດສິນສະພາບສິດທິມະນຸດຂອງປະເທດອື່ນ.
ໂຄສົກທຳນຽບປະທານາທິບໍດີຂອງຟິລິປິນເວົ້າວ່າ, ການຕິຕຽນຕໍ່ຟິລິປິນໃນບົດລາຍງານສິດທິມະນຸດຂອງອາເມລິກາແມ່ນບໍ່ທ່ຽງທຳ.
ໜັງສືພິມເຍີ່ນເຢິ່ນສຽງຂອງສູນກາງພັກກອມມູນິດຫວຽດນາມພິມບົດນຳ, ກ່າວປະນາມອາເມລິກາບໍ່ເອົາຫົວຊາຄວາມເປັນຈິງ, ບິດເບືອນສະພາບສິດທິມະນຸດຂອງຫວຽດນາມ.
|
|
|