|
 |
(GMT+08:00)
2006-03-06 15:11:14
|
ນັກກິລາຈີນກວມເອົາຫຼຽນຄຳທັງໝົດໃນມື້ທຳອິດຂອງງານແຂ່ງຂັນລອຍນ້ຳຊີງຊະນະເລີດອາຊີ
cri
Author: min
ຕາມຂ່າວCRI: ງານແຂ່ງຂັນລອຍນ້ຳຊີງຊະນະເລີດອາຊີຄັ້ງທີ 7 ໄຂຂຶ້ນຢູ່ທີ່ສິງກະໂປໃນວັນທີ 5 ມີນາ, ນັກກິລາຈີນມີການສະແດງພົ້ນເດັ່ນ, ກວມເອົາຫຼຽນຄຳທັງໝົດຂອງລາຍການ 7 ລາຍໃນມື້ທຳອິດ.
ໃນການແຂ່ງຂັນລອຍຫງາຍຜູ້ຊາຍ 50 ແມັດແລະການແຂ່ງຂັນລອຍປະສົມຜູ້ຍິງ 400 ແມັດ ທີ່ປະຈັກຕາຄົນ, ທ້າວໂອ່ຢັງຂຸ່ນເພິງແລະນາງຈ່າງຊິ່ນ ນັກກິລາທີ່ມີຊື່ສຽງຂອງຈີນຕ່າງໄດ້ເປັນຜູ້ຊະນະເລີດ.
ງານແຂ່ງຂັນຊີງລອຍນ້ຳຊະນະເລີດລອຍນ້ຳອາຊີຄັ້ງທີ 7 ຈະດຳເນີນ 6 ມື້, ມີນັກກິລາ 300 ກວ່າຄົນທີ່ມາຈາກ 19 ປະເທດແລະເຂດແຄ້ວນອາຊີໄດ້ເຂົ້າຮ່ວມການແຂ່ງຂັນ.
|
|
|