|
 |
(GMT+08:00)
2006-02-28 18:20:21
|
ສະຫະພາບເອີລົບປະກາດສະໜອງການຊ່ອຍເຫຼືອດ່ວນ 120 ລ້ານເອີໂລໃຫ້ປາເລັສຕີນ
cri
Author: mo

ຕາມຂ່າວCRI: ວັນທີ 27 ກຸມພາ, ຄະນະກຳມະການສະຫະພາບເອີລົບປະກາດວ່າ, ຈະສະໜອງການຊ່ອຍເຫຼືອດ່ວນຢ່າງເປັນລະບົບທີ່ມີຍອດມູນຄ່າເກີນ 120 ລ້ານເອິໂລແກ່ປາເລັສຕີນ, ເພື່ອຊ່ອຍລັດຖະບານແລະປະຊາຊົນປາເລັສຕີນຜ່ານຜ່າຄວາມຫຍຸ້ງຍາກດ້ານເສດຖະກິດໃນປະຈຸບັນ.

ທ່ານນາງວອນດິເນີ ກຳມະການການພົວພັນຕ່າງປະເທດຂອງສະຫະພາບເອີລົບກ່າວເນັ້ນວ່າ, ເງິນຊ່ອຍເຫຼືອດ່ວນກ້ອນນີ້ຕົ້ນຕໍແມ່ນເພື່ອຜ່ອນຄາຍຄວາມທຸກຍາກຂອງປະຊາຊົນປາເລັສຕີນໃນສະເພາະໜ້ານີ້, ບໍ່ກ່ຽວພັນກັບໂຄງການຊ່ອຍເຫຼືອປາເລັສຕີນໃນພາຍໜ້າຂອງສະຫະພາບເອີລົບ. ທ່ານນາງກ່າວວ່າ, ໃນອະນາຄົດຈະໃຫ້ການຊ່ອຍເຫຼືອແກ່ປາເລັສຕີນແນວໃດຈະສຸດແລ້ວແຕ່ນະໂຍບາຍຂອງລັດຖະບານປາເລັສຕີນໃນອະນາຄົດ.

|
|
|