
ຕາມແວບໄຊຂ່າວສານຊິນຮວາ: ວັນທີ 10 ກຸມພາ,ທ່ານສຳລັງສີ ຫົວໜ້າພັກຝ່າຍຄ້ານຂອງກຳປູເຈຍທີ່ໄດ້ຮັບການອະໄພຍະໂທດຈາກເຈົ້າຊີວິດໃນວັນອາທິດແລ້ວນີ້ໄດ້ກັບເມືອຮອດນະຄອນຫຼວງພະນົມເປັນ.ທ່ານສຳລັງສີກ່າວວ່າ,ທ່ານຈະຈັບມືປອງດອງກັນກັບທ່ານຮຸນແຊນ ຫົວໜ້າລັດຖະບານຊຸດປະຈຸບັນ ຄູ່ສັດຕູການເມືອງຍາວນານຂອງທ່ານ,ເພື່ອສ້າງໜ້າໃໝ່ຂອງການເມືອງກຳປູເຈຍ.
ລັດຖະບານພະນົມເປັນສະແດງຄວາມຊົມເຊີຍຕໍ່ທ່ານສຳລັງສີກັບຄືນປະເທດ.ທ່ານໂຈຄານາລີ ໂຄສົກລັດຖະບານກ່າວວ່າ,ລັດຖະບານພວມພິຈາລະນາຈັດວາງການເຈລະຈາລະຫວ່າງທ່ານສຳລັງສີກັບທ່ານຮຸນແຊນ.
ທ່ານສຳລັງສີກ່າວວ່າ,ພັກຂອງທ່ານປະລະຍຸດທະວີທີການປະທະກັນນັ້ນ,ບໍ່ໝາຍຄວາມວ່າຫຼັກໝັ້ນຂອງພັກຝ່າຍຄ້ານໄດ້ຫັບຫາຍໄປແລ້ວ.ທ່ານໂຈຄານາລີກໍ່ກ່າວວ່າ,ລັດຖະບານບໍ່ຕ້ອງການການພັກຝ່າຍຄ້ານໃນຍາມໃດກໍສະໜັບສະໜູນ.ສິ່ງສຳຄັນແມ່ນ:ພວກເຂົາເຈົ້າສາມາດປ່ຽນທ່າທີ,ນັ້ນກໍຄື ລັດຖະບານບໍ່ແມ່ນສັດຕູ.
|