ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 17:24:55    
ເຮືອ​ບັກ​ລຳ​ໜຶ່ງ​ຂອງ​ອິນ​​ໂດ​ເນ​ເຊຍ​ຈົມ​ຢູ່​​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ຕອນ​ຄ່ຳ​ວັນ​ທີ 31 ມັງກອນ, ​ເຮືອ​ບັກທີ່​​ບັນທຸກ 105 ຄົນ​ລຳ​ໜຶ່ງ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ຈົມ​ນ້ຳ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ດັ່ງກ່າວ, ​​ເປັນ​ເຫດເຮັດ​ໃຫ້ 30 ຄົນ​ຕາຍ​ເປັນຢ່າງ​ໜ້ອຍ.

ຕາມ​ເຈົ້າໜ້າ​ທີ່​ທ່າ​​ເຮືອ​ບັກ​ອິນ​ໂດ​ເນ​ເຊຍ​ເຜີຍ​ໃຫ້​ຮູ້​ວ່າ, ​ໃນ​ເຮືອ​ບັກ​ລຳ​ນີ້​ມີ​ຜູ້​ໂດຍສານ 82 ຄົນ, ລູກ​​ເຮືອ​ 23 ຄົນ, ​ແລະ​ມີ​ລົດ​ບັນທຸກ​ແລະ​ລົດຍົນຫຼາຍຄັນ. ຕອນ​ຄ່ຳ​ວັນ​ທີ 31 ມັງກອນ, ​ເຮືອ​ບັກ​​ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ທ່າ​ເຮືອ​ໃນ​ບົນ​ເສັ້ນ​ທາງ​ຈາກ​ເມືອງ​ຄູບາ​ງ​​ເດີນໄປຫາ​ເກາະ​ລອດ. ​ເຈົ້າໜ້າ​ທີ່​​​ທ່າ​​ເຮືອຄູບາ​ງກ່າວ​ວ່າ, ປັດຈຸບັນສາມາດຢືນຢັນ​ໄດ້​ວ່າ, ​ເຮືອ​ບັກ​ລຳ​ນີ້​ໄດ້​ຈົມ​ນ້ຳແລ້ວ.

ໂຄສົກ​ທະຫານ​ເຮືອ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ​ໃນ​ເວລາ​ເກີດ​ເຫດ, ອາກາດ​ຊຸດ​ຮ້າຍ​ທີ່​ສຸດ, ​ເຮືອ​ບັກ​ລຳ​ນີ້​ອາດ​ຈະ​​ແມ່ນ​ຖືກ​ຟອງ​ນ້ຳ​ແຮງ​ຂວ້ຳ​ລົງ.