ຕາມຂ່າວສານຊິນຮວາ:ເນື່ອງໃນໂອກາດທີ່ບຸນກຸດຈີນປີຈໍທາງຈັນທະຄະຕິຈີນວຽນມາເຖິງນີ້, ຊາວຈີນພົ້ນທະເລທີ່ອາໄສຢູ່ອາຊີອາຄະເນໄດ້ສະຫຼອງມື້ບຸນປະເພນີອັນສຳຄັນຂອງຊາດຈີນດັ່ງກ່າວນີ້ຢ່າງຄຶກຄື້ນ,ບຸກຄົນສຳຄັນຂອງໄທແລະກຳປູເຈຍເປັນຕົ້ນກໍ່ໄດ້ອວຍພອນບຸນກຸດຈີນຕໍ່ຊາວຈີນພົ້ນທະເລຢູ່ທ້ອງຖິນດ້ວຍຮູບການຕ່າງໆ.
ແຕ່ວັນທີ28ມັງກອນ,ແຫ່ງຕ່າງໆຂອງໄທໄດ້ເລີ່ມຈັດພິທີສະຫຼອງບຸນກຸດຈີນຢ່າງໃຫຍ່ໂຕມະໂຫລານ. ກົມການທ່ອງທ່ຽວແຫ່ງຊາດໄທໄດ້ເບີກເງິນ10ລ້ານບາດເພື່ອເລືອງນີ້ໂດຍຈຳເພາະ.ຕັ້ງແຕ່ວັນທີ29ມັງກອນເຊິ່ງເປັນມື້ຂຶ້ນປີໃໝ່ຈີນ1ຄ່ຳເປັນຕົ້ນໄປ,ຄະນະຜູ້ແທນຂອງກະຊວງວັດທະນະທຳຈີນທີ່ລັດຖະບານຈີນແຕ່ງອອກໄປຂັ້ນ ຈະຈັດການສະແດງຫຼາຍຮູບຫຼາຍແບບ,ເຊັ່ນ,ການເຊີດສິງໂຕ,ກັງຟູຈີນແລະການຟ້ອນລຳທຳເພງເປັນຕົ້ນຢູ່ຖະໜົນຄົນຈີນທີ່ບາງກອກ.ໃນເວລານັ້ນ,ສົມເດັດສິລິນທອນເຈົ້າຍິງຂອງໄທ,ທ່ານທັກສິນ ຊີນນະວັດ ນາຍົກລັດຖະມົນຕີໄທເປັນຕົ້ນກໍ່ຈະໄປບ່ອນຈັດການເຄື່ອນໄຫວ ອວຍພອນປີໃໝ່ຕໍ່ຊາວຈີນພົ້ນທະເລ.
ວັນທີ28ມັງກອນ,ຄະນະເຊີດສິງໂຕຂະໜາດໃຫຍ່6ຄະນະຂອງກຳປູເຈຍຕ່າງໄດ້ໄປເຊີດສິງໂຕອວຍພອນປີໃໝ່ຢູ່ພະລາດຊະວົງ ແລະສະຖານທູດຈີນປະຈຳກຳປູເຈຍທີ່ພະນົມເປັນຕາມລຳດັບ ກ່ອນບຸນກຸດຈີນ.ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ,ທ່ານເຈຍຊິມປະທານສະພາສູງແລະຜູ້ນຳຈຳນວນໜຶ່ງກໍ່ໄດ້ພາກັນປະກາດຄຳອວຍພອນໂດຍຜ່ານໜັງສືພິມພາສາຈີນ ຢູ່ທ້ອງຖິ່ນ,ອວຍພອນປີໃໝ່ໃຫ້ແກ່ຊາວຈີນທັງຫຼາຍທີ່ອາໄສຢູ່ກຳປູເຈຍ.
ເນື່ອງໃນໂອກາດທີ່ບຸນກຸດຈີນວຽນມາເຖິງນີ້,ທ່ານອາທຽນຊາ ເຈົ້າຄອງເມືອງມານີລາ ນະຄອນຫຼວງຟິລິປິນແລະເຈົ້າໜ້າທີ່ທ້ອງຖິ່ນຕ່າງໆກໍ່ໄດ້ພາກັນອວຍພອນປີໃໝ່ຕໍ່ຊາວຈີນຢູ່ຟິລິປິນ.ຢູ່ຖະໜົນຄົນຈີນທີ່ມານີລາ,ບໍ່ພຽງແຕ່ມີຊາວຈີນຢູ່ທ້ອງຖິ່ນໄດ້ສະຫຼອງມື້ບຸນ ເທົ່ານັ້ນ,ຍັງມີຊາວຟິລິປິນເປັນກຸ່ມເປັນຝູງສະໝັກເຂົ້າຮ່ວມການເຄື່ອນໄຫວສະຫຼອງອີກດ້ວຍ.
|