ລັດຖະບານຂອງ 17 ປະເທດເຊັ່ນນິວຊີແຣນເປັນຕົ້ນເຕືອນໃຫ້ຍີ່ປຸ່ນເຊົາອັນທີ່ວ່າຫາປາວານເພື່ອຄົ້ນຄວ້າວິທະຍາສາດ
cri
Author: MO
ຕາມຂ່າວCRI: ວັນທີ 18 ມັງກອນ, ລັດຖະບານນິວຊີແຣນໄດ້ອອກປະກາດແຈ້ງຂ່າວວ່າ, ທ່ານຈີມ ອານເດີຕັນ ລັດຖະມົນຕີກະຊວງກະສິກຳປ່າໄມ້ແລະການປະມົງຂອງນິວຊີແຣນກ່າວວ່າ, ໃນ 2 ມື້ມານີ້,
ລັດຖະບານຂອງ 17 ປະເທດເຊັ່ນນິວຊີແລນ ອັງກິດ ຝຣັ່ງ ເຢຍລະມັນ ເບຼຊີນ ອີຕາລີ ແລະແອສປາຍເປັນຕົ້ນໄດ້ຍື່ນເອກະສານໃຫ້ລັດຖະບານຍີ່ປຸ່ນ, ຮຽກຮ້ອງໃຫ້ຍີ່ປຸ່ນເຊົາຫາປາວານຢູ່ເຂດມະຫາສະໝຸດປາຊີຟິກໃຕ້ໃນນາມຄົ້ນຄວ້າວິທະຍາສາດ, ແລະຮຽກຄືນກ່ຳປັ່ນຫາປາວານຂອງຍີ່ປຸ່ນຢູ່ເຂດທະເລດັ່ງກ່າວ. ທ່ານອານເດີຕັນ ຊີ້ອອກວ່າ, ລັດຖະບານແລະປະຊາຊົນນີວຊີແຣນລ້ວນແຕ່ເຫັນວ່າ, ປາວານແມ່ນສັດທະເລທີ່ລ້ຳຄ່າແລະສຳຄັນ, ຕ້ອງໄດ້ຮັບການອະນຸລັກ. ເຖິງວ່າການຫາປາວານທາງການຄ້າໄດ້ຖືກຄະນະກຳມະການຫາປາວານສາກົນເກືອດຫ້າມແລ້ວກໍ່ຕາມ, ແຕ່ຍີ່ປຸ່ນຍັງສືບຕໍ່ຫາປາວານໃນນາມຄົ້ນຄວ້າວິທະຍາສາດໂດຍຕະຫລອດ.
|
|