ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-11 18:46:32    
ກອງ​ປະຊຸມການພັດທະນາ​ແບບ​ສະອາດ​ແລະ​ຄູ່​ຂາອາກາດ​ຂອງ​ອາຊີ​ປາຊີ​ຟິກຄັ້ງ​ປະຖົມມະ​ເລີກ​ຈັດ​ຂຶ້ນ

cri
ຕາມ​ຂ່າວCRI ,ວັນ​ທີ 11 ມັງກອນ,ກອງ​ປະຊຸມການ​ພັດທະນາ​ແບບ ສະອາດ​ແລະ​ຄູ່​ຂາອາກາດ​ຂອງ​ອາຊີ​ປາຊີ​ຟິກຄັ້ງ​ປະຖົມມະ​ເລີກ​ທີ່​​ໄຂ​ເປັນ​ເວລາ​ສອງ​ມື້​ໄດ້​ຈັດ​ຂຶ້ນ​ຢູ່​ຊິດ​ນີ  ຕົວ​ເມືອງ​ໃຫຍ່​ກວ່າ​ຫມູ່​ຂອງ​ອົສຕຼາລີ

ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ​ແລະ​ຊັບພະຍາກອນ​ຂອງ 6 ປະ​ເທດ​ຄື​ຈີນ  ອາ​ເມ​ລິ​ກາ ສ.​ເກົາຫຼີ  ອິນ​ເດຍ ຍີ່​ປຸ່ນ​ແລະ​ອົສຕຼາລີ​​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.ວັນ​ທີ11 ມັງກອນ,ທ່ານ​ອີ​ອານ ​ແຄມ​​ແບນ ລັດຖະມົນຕີ​ກະ​ຊວງ​ສິ່ງ​ແວດລ້ອມອົສຕຼາລີ​ກ່າວ​ວ່າ,ກອງ​ປະຊຸມ​ເທື່ອ​ນີ້​ມີ​ຈຸດປະສົງ​ຂ້ຽວ​ເລັ່ງການ ພັດທະນາ​ແລະ​ນຳ​ໃຊ້​ເຕັກນິກ​ທີ່​ສະອາດ​ກວ່າ​ເກົ່າ​ແລະ​​ບັງ​ເກີດ​ຜົນ​ກວ່າ​ເກົ່າ,​ເພື່ອ​ບັນລຸ​ເປົ້າ​ຫມາຍ​​ຫຼຸດ​ການ​ເຊື່ອມ​ພິດ​ຂອງ​ປະ​ເທດ​ສະມາຊິກ​ໃຫ້​ຫນ້ອຍ​ລົງ ບັນລຸ​ຄວາມ​ປອດ​ໄພ​ດ້ານ​ພະລັງ ງານ ປ້ອງ​ກັນ​ບໍ່​ໃຫ້​ທົ່ວ​ໂລກ​ອຸ່ນຂຶ້ນ ພັດທະນາ​ເສດຖະກິດ​ແລະ​ຫຼຸດ​ຄວາມທຸກ​ຍາກ​ໃຫ້ຫນ້ອຍລົງ​ເປັນ​ຕົ້ນ.