ຕາມແວບໃຊ້ຂ່າວສານຈີນ: ພາຍຫຼັງໄດ້ເກີດເຫດການແມ່ຍິງຈີນຖືກຢຽດຫຍາມຢູ່ມາເລເຊຍຢ່າງຕໍ່ເນື່ອງກັນແລ້ວ, ຈຳນວນນັກທ່ອງທ່ຽວຈີນໄປມາເລເຊຍໄດ້ຫຼຸດລົງຢ່າງຫຼວງຫຼາຍ. ຕາມໄດ້ຊາບ, ມາເລເຊຍຈະເຮັດໃຫ້ທຳນຽມນັກທ່ອງທ່ຽວຈີນເຂົ້າເມືອງກະທັດຮັດກວ່າເກົ່າເພື່ອແກ້ໄຂບັນຫານັກທ່ອງທ່ຽວຈີນໜ້ອຍລົງ.
ປັດຈຸບັນ, ນັກທ່ອງທ່ຽວຈີນມີແຕ່ຖືປາສໂປໜັງສືວິຊາແລະປີ້ຍົນກັບກໍຈະເຂົ້າມາເລເຊຍໄດ້, ບໍ່ຕ້ອງອອກສະແດງບັດຄຼີດິດແລະເງິນສົດ.
|