ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-11-26 17:49:31    
ສປປ​ເກົາຫລີ​ຕິຕຽນ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຮິວ​ກະ​ທົບ​ກະ​ເທືອນ​ເຖິງ​ອະ​ນາ​ຄົດ​ຂອງ​ການ​ເຈ​ລະ​ຈາ 6 ຝ່າຍ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ພະຈິກ, ຂ່າວສານ​ສູນ​ກາງ​ສປປ​ເກົາຫລີ​ໄດ້​ພິມ​ບົດ​ວິຈານ, ຕິຕຽນ​ວ່າ, ຄຳ​ປາ​ໄສ​ຂອງ​ທ່ານ​ຮິ​ວ ຜູ້​ຊ່ອຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຫົວໜ້າ​ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ​ຂອງ​ການ​ເຈລະຈາ 6 ຝ່າຍທີ່​ກ່າວ​​ໃນ​ຫວ່າງ​ມໍ່ໆ​ນີ້​ໄດ້​ກະທົບກະ​ເທືອ​ນ​ເຖິງ​ອະນາຄົດ​ແຫ່ງ​ການ​ເຈລະຈາ 6 ຝ່າຍ​ຢ່າງ​ໜັກໜ່ວງ.

ຕາມ​ຂ່າວ​ແຈ້ງວ່າ, ​ໃນ​ເວລາ​​ທ່ານ​ຮິ​ວ​ເຂົ້າຮ່ວມ​ກອງ​ປະຊຸມ​ອົງການ​ອາ​ເປັກ ​ໃນຫວ່າງ​ບໍ່​ດົນ​ນີ້ນັ້ນ, ​ທ່ານ​ໄດ້​ຕິຕຽນ​ຢ່າງ​ເປີດ​ເຜີຍ​ວ່າ, ສປປ​ເກົາຫລີ​ພຽງ​ແຕ່​ແມ່ນ​ເພື່ອ​ຮັກສາ​ສິດ​ອຳນາດ, ​ແລະ​ສະ​ແດງ​ຄວາມ​ສົງ​ໄສ​ຕໍ່​ເຫດຜົນ​ທີ່ສປປ​ເກົາຫລີຊົງ​ຕົວຢູ່.

ບົດ​ວິຈານ​ຂອງ​ຝ່າຍ​ສປປ​ເກົາຫລີ​ຂຽນ​ວ່າ ຈິດ​ໃຈ​​ໃນຖະ​ແຫລ​ງການ​ຮ່ວມ​ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 4​ແມ່ນ​​ເຄົາລົບ​ອະທິປ​ະ​ໄຕ​ເຊິ່ງກັນ​ແລະ​ກັນ, ສະ​ແຫວ​ງຫາ​ການ​ຢູ່​​ຮ່ວມ​ກັນໂດຍ​ສັນຕິ, ​ແຕ່​ຄຳ​ປາ​ໄສ​ຂອງ​ທ່ານ​ຮິ​ວ​ໄດ້​ຢຽບຢ່ຳ​ຈິດ​ໃຈ​ດັ່ງກ່າວ​ນີ້. ​ເຖິງ​ວ່າ​ອາ​ເມ​ລິ​ກາ​ຂາດ​ຄວາມ​ເຊື້ອ​ໝັ້ນອັນ​ພື້ນຖານ​ຕໍ່ສປປ​ເກົາຫລີ, ບໍ່​ລືມ​ໂຄນ​ລົ້ມລະບອບ​ຂອງ​ສປປ​ເກົາຫລີ​ຈັກ​ເທື່ອ, ການ​ເຈລະຈາ​ແນວ​ນີ້​ກໍ​ບໍ່​ອາດ​ຈະ​ຫາລື​ບັນຫາ​ປະລະ​ກຳລັງ​ສະກັດ​ກັ້ນນິວ​ເຄຼຍ​ໄດ້​​.