ປະທານສະພາຕ່ຳຟິລິປິນກ່າວວ່າ, ຟິລິປິນເຄົາລົບນະໂຍບາຍຈີນດຽວ
cri
ຕາມຂ່າວສານຈີນລາຍງານວ່າ: ວັນທີ 23 ພະຈິກ, ທ່ານໂຮເຊ ເດີ ເວເນເຊຍ ປະທານສະພາຕ່ຳຟິລິປິນໄດ້ເຂົ້າຮ່ວມເວທີປາໄສອາຊີໂຮມຈີນເຂົ້າເປັນເອກະພາບກັນໂດຍສັນຕິຄັ້ງທີສອງ, ໃນເວລາກ່າວຄຳປາໄສໃນພິທີໄຂງານ, ທ່ານເວົ້າວ່າ, ຟິລິປິນກໍຄືກັນກັບອົງການສະຫະປະຊາຂາດ, ອາເມລິກາ, ສະຫະພາບເອີລົບ, ອາຊຽນແລະປະເທດສ່ວນຫຼາຍໃນໂລກ, ເຄົາລົບນະໂຍບາຍປະເທດຈີນດຽວ, ສິ່ງທີ່ຟິລິປິນເອົາໃຈໃສ່ກວ່າໝູ່ໃນປະຈຸບັນ, ແມ່ນຈີນຈະໂຮມປະເທດເຂົ້າເປັນເອກະພາບກັນແນວໃດ.
ທ່ານເວົ້າວ່າ, ໃນ 25 ປີທີ່ຜ່ານມາ, ຄວາມຈະເລີນຂອງໄຕ້ຫວັນແມ່ນໄດ້ອາໄສກຳມະກອນແລະຕະຫຼາດຂອງຈີນໃນສ່ວນໃຫຍ່ສົມຄວນ. ສະພາບດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ, ເພື່ອຄວາມຕ້ອງການແລະຜົນປະໂຫຍດຂອງທັງສອງຝ່າຍ, ການໂຮມສອງຝັ່ງຊ່ອງແຄບໄຕ້ຫວັນເຂົ້າເປັນເອກະພາບກັນອາດຈະປະກົດຜົນເປັນຈິງເອງຕາມທຳມະຊາດ. ທ່ານເຫັນວ່າ, ທີ່ຈິງແລ້ວ, ການໂຮມແຜ່ນດິນໃຫຍ່ຈີນກັບໄຕ້ຫວັນເຂົ້າເປັນເອກະພາບກັນໂດຍສັນຕິພວມກ້າວໄປໜ້າ.
ທ່ານເດີ ເວເນເຊຍຍັງໄດ້ສະເໜີຂໍ້ສະເໜີ 8 ຂໍ້ກ່ຽວກັບການໂຮມສອງຝັ່ງຊ່ອງແຄບໄຕ້ຫວັນເຂົ້າເປັນເອກະພາບກັນ.
|
|