ຫວຽດນາມມີອີກສອງແຂວງເກີດມີໄຂ້ຫວັດສັດປີກລະບາດ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 18 ພະຈິກ, ເຈົ້າໜ້າທີ່ທ້ອງຖິ່ນຂອງຫວຽດນາມກ່າວວ່າ, ພາກເໜືອຫວຽດນາມມີສອງແຂວງຄືແຂວງໂຮບິນກັບແຂວງຟູໂຊເກີດມີໄຂ້ຫວັດສັດປີກລະບາດ, ເຮັດໃຫ້ແຂວງແລະກຳແພງນະຄອນຂອງຫວຽດນາມທີ່ເກີດມີໄຂ້ຫວັດສັດປີກລະບາດແຕ່ເດືອນຕຸລາມານີ້ເພີ່ມຂຶ້ນຮອດ 16 ແຫ່ງ.
ທ່ານຫງວນຄົງກັງ ຫົວໜ້າກົມສັດຕະວະແພດແຂວງໂຮບິນເວົ້າວ່າ, ແຂວງດັ່ງກ່າວໄດ້ປະກາດເກີດມີໄຂ້ຫວັດສັດປີກລະບາດໃນຕອນບ່າຍວັນທີ 17 ພະຈິກ ເວລາທ້ອງຖິ່ນ,. ວັນທີ 15 ພະຈິກ, ມີສາມຕາແສງຂອງເມືອງລຽງຊັນແຂວງໂຮບິນປະກົດມີສັດປີກຕາຍ 800 ກວ່າໂຕ, ທ້ອງຖິ່ນດັ່ງກ່າວໄດ້ຈັດຕັ້ງຂ້າສັດປີກທັງໝົດປະມານ 2100 ໂຕ, ແລະໄດ້ດັບເຊື້ອແລະກັກກັນເຂດພະຍາດດັ່ງກ່າວ.
|
|