|
 |
(GMT+08:00)
2005-11-02 18:00:19
|
ການລົບລ້າງຕາມຈຸດກຳນົດຈະດຳເນີນຕໍ່ໄປຈົນກວ່າທ່ານອັບບາສເລີ່ມໂຈມຕີພວກປະກອບອາວຸດຂອງປາເລັສຕີນ
cri
Author: li
ຕາມຂ່າວ CRI: ວັນທີ 2 ພະຈິກ ທ່ານຊາໂລມ ລັດຖະມົນຕີການຕ່າງປະເທດອິສລາແອນກ່າວວ່າ,ການເຄື່ອນໄຫວລົບລ້າງຕາມຈຸດກຳນົດຂອງອິສຣາແອນຈະດຳເນີນຕໍ່ໄປຮອດທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນເລີ່ມໂຈມຕີພວກປະກອບອາວຸດຂອງປາເລັສຕີນຢູ່ແຖບກາຊາ.
ທ່ານຊາໂລມເວົ້າວ່າ,ຕາບໃດທ່ານອັບບາສເລີ່ມໂຈມຕີພວກປະກອບອາວຸດຂອງປາເລັສຕີນ,ແລະຂັດຂວາງບໍ່ໃຫ້ພວກເຂົາຫຼອນໂຈມຕີອິສຣາແອນຈາກແຖບກາຊາແລ້ວ,ອິສຣາລາແອນກໍຈະຢຸດຕິການເຄື່ອນໄຫວລົບລ້າງຕາມຈຸດກຳນົດໃນທັນທີ.
ນອກນີ້ຂ່າວແຈ້ງວ່າ,ວັນທີ 2 ພະຈິກ ຜູ້ປະກອບອາວຸດຂອງປາເລັສຕີນກັບກອງທະຫານປ້ອງກັນປະເທດຂອງອິສລາແອນທີ່ບຸກເຂົ້າຝັ່ງຕາເວັນຕົກແມ່ນ້ຳຈໍແດນໄດ້ຍິງປືນໃສ່ກັນຢ່າງດຸເດືອດ,ແລະຍິງທະຫານອິສຣາແອນຕາຍຜູ້ໜຶ່ງ.
|
|
|