|
 |
(GMT+08:00)
2005-10-27 20:51:28
|
ກອງທະຫານອິສລາແອນກໍ່ການເຄື່ອນໄຫວທາງການທະຫານຢ່າງຂະຫນາດໃຫຍ່ຢູ່ແຖບກາຊາ
cri
ຕາມຂ່າວCRI ,ຕອນເຊົ້າມືດວັນທີ 27 ຕຸລາ, ກອງທະຫານອິສລາແອນໄດ້ດຳເນີນການຫຼອນໂຈມຕີທາງອາກາດຢູ່ເຂດພາກເຫນືອແຖບກາຊາ,ປະຈຸບັນຍັງມີຂ່າວກ່ຽວກັບຜູ່ເສຍຊີວິດແລະບາດເຈັບ.
ການຫຼອນໂຈມຕີທາງອາກາດເທື່ອນີ້ແມ່ນພາກສ່ວນຫນຶ່ງຂອງການເຄື່ອນໄຫວທາງການທະ ຫານຂະຫນາດໃຫຍ່ຂອງກອງທະຫານອິສລາແອນ.ຕອນຄ່ຳວັນທີ 26 ຕຸລາ,ອິສລາແອນໄດ້ອະນຸຍາດໃຫ້ໂຈມຕີການເຄື່ອນໄຫວທາງການທະຫານຂອງພວກປະກອບອາວຸດປາເລັສຕີນຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນແລະແຖບກາຊາຢ່າງຂະຫນາດໃຫຍ່,ເພື່ອແກ້ແຄ້ນການຫຼອນໂຈມຕີດ້ວຍລະເບີດແບບສະຫຼະຊີບຢູ່ເມືອງຮາເດລາ ເມືອງແຄມທະເລຢູ່ພາກເຫນືອອິສລາແອນໃນວັນທີ 26 ຕຸລາ.
ການເຄື່ອນໄຫວເທື່ອນີ້ຕົ້ນຕໍດຳເນີນຢູ່ເຂດພາກເຫນືອແຖບກາຊາແລະເຂດພາກເຫນືອຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ເປົ້າຫມາຍສຳຄັນກວ່າເພິ່ນແມ່ນສະມາຊິກອົງການອິສລາມິກຈີຮາດປາເລັສຕີນ
|
|
|