|
 |
(GMT+08:00)
2005-10-24 19:19:08
|
ຜູ້ເປັນໄຂ້ແດັ້ງຂອງມຽນມາເພີ່ມຂຶ້ນຢ່າງໄວວາ
cri
Author: da
ຕາມຂ່າວສານຊິນຮວາ: ໜັງສືພິມມຽນມາແທມສ໌ສະບັບວັນທີ 24 ຕຸລາລາຍງານວ່າ,ແຕ່ຕົ້ນປີນີ້ມາ ຜູ້ເປັນໄຂ້ແດັ້ງຢູ່ມຽນມາໄດ້ມີຮອດ 1 ໝື່ນ 3 ພັນກວ່າຄົນແລ້ວ,ຫຼາຍກວ່າໝົດປີກາຍນີ້ 2 ເທົ່າກວ່າ. ໃນຂ່າວ ໄດ້ນຳເອົາຄວາມເວົ້າຂອງເຈົ້າໜ້າທີ່ກະຊວງສາທາລະນະສຸກມຽນມາມາລາຍງານວ່າ,ນີ້ແມ່ນປີທີສອງທີ່ມຽນມາມີຜູ້ເປັນໄຂ້ແດັ້ງຫຼາຍໃນຫຼາຍປີມານີ້.
ເຈົ້າໜ້າທີ່ກະຊວງສາທາລະນະສຸກມຽນມາໄດ້ຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງເພີ່ມທະວີການປ້ອງກັນທາງສາທາລະນະສຸກ,ຮຽກຮ້ອງໃຫ້ປວງຊົນເອົາໃຈໃສ່ນຳອະນາໄມ,ຖ້າເປັນພະຍາດກໍຕ້ອງໄປປົວໃນທັນທີ,ຫຼີກເວັ້ນບໍ່ໃຫ້ພະຍາດແຜ່ລະບາດ.
|
|
|