ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-23 17:51:06    
ໂຄຼ​ອາຊີ​ໃຊ້​ມາດ​ຕະການ​ສະກັດ​ກັ້ນບໍ່​ໃຫ້​ພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ

cri Author: da


ຕາມ​ຂ່າວCRI: ພາຍຫຼັງ​ປະກົດ​ເຫັນ​ສັດ​ປີກ​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ​ໃນ​ວັນ​ທີ 21 ຕຸລາ​ແລ້ວ,ວັນ​ທີ 22 ຕຸລາ ​ໂຄຼ​ອາຊີ​ເລີ່​ມໃຊ້​ມາດ​ຕະການ​ສະກັດ​ກັ້ນພະຍາດ​ໄຂ້ຫວັດ​ສັດ​ປີກ​ແຜ່​ລະບາດ.


ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ 21 ຕຸລາ ນັກວິທະຍາສາດ​​ໂຄຼ​ອາຊີ​ໄດ້ກວດ​ເຫັນ​ຫ່າງຟ້າ 6 ​ໂຕ​ທີ່​ຕາຍ​​​ຢູ່​ສະ​ປາ​ແຫ່ງ​ໜຶ່ງ​ຢູ່​ເຂດ​ພາກ​ຕາ​ເວັນ​ອອກ​​ໂຄຼອາຊີນັ້ນ ​ໄດ້​ຕິດ​ເຊື້ອ​ພະຍາດ​ໄຂ້ຫວັດ​ສັດ​ປີກ H5. ຕຳຫຼວດ​ໂຄຼ​ອາຊີ​ໄດ້​ອັດ​ຕັນ​ເຂດ​ບໍລິ​ເວນສະ​ປາ​ 3 ກິ​ໂລ​ແມັດ​ມົນທົນຢ່າງ​​ເຂັ້ມງວດ,​ແລະ​ຕິດຕາມ​ກວດກາ​ເຂດ​ບໍລິ​ເວນ 20 ກິ​​ໂລ​ແມັດ​ມົນທົນ​ຢ່າງ​ເຄັ່ງ​ຄັດ. ນອກ​ນີ້,ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​​ໂຄຼ​ອາຊີ​ຍັງ​ຈະ​ຂ້າ​ສັດ​ປີກ​ທັງ​ໝົດ​ຢູ່​ເຂດ​ບໍລິ​ເວນ​ແຕ່​ວັນ​ທີ 23 ຕຸລາ​ເປັນຕົ້ນ​ໄປ.