ຕາມຂ່າວຂອງກະຊວງການຄ້າຈີນ:ຕາມບົດລາຍງານທີ່ຄະນະກຳມະການພັດທະນາເສດຖະກິດສັງຄົມຂອງໄທສະເຫນີໃນວັນທີ15 ກັນຍາກ່າວວ່າ, ໃນ6ເດືອນຕົ້ນປີ2005, GDPຂອງໄທໄດ້ເພີ່ມ3,9%,ໃນນັ້ນ, ໃນນັ້ນGDPຂອງໄຕມາດທີສອງໄດ້ເພີ່ມ4,4%,ເຊິ່ງສູງກ່ວາ3,3%ຂອງໄຕມາດທີຫນຶ່ງ.
ຕົວເລກຂໍ້ມູນຄົ້ນຄວ້າສະແດງວ່າ, ປັດໄຈສຳຄັນທີ່GDPຂອງໄທໃນ6ເດືອນຕົ້ນປີ2005ເພີ່ມ4,4%ນັ້ນແມ່ນຄວາມຕ້ອງການພາຍໃນປະເທດ,ລວມທັງການບໍລິໂພກແລະການລົງທຶນໄດ້ເພີ່ມຂຶ້ນຂ້ອນຂ້າງ,ແຕ່ຄວາມຕ້ອງການຂອງຕ່າງປະເທດພັດໄດ້ຫລຸດລົງ.
|