|
 |
(GMT+08:00)
2005-10-06 20:37:53
|
ຮອງນາຍົກລັດຖະມົນຕີອິສລະແອນກ່າວວ່າ ບໍ່ຫ່ອນປ່ອຍຕົວຊາວປາເລັສຕີນທີ່ຖືກກັກຂັງຍ້ອນກອງປະຊຸມສຸດຍອດ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 6 ຕຸລາ ທ່ານໂອນເມີດ ຮອງນາຍົກລັດຖະມົນຕີອິສລະແອນກ່າວວ່າ,ອິສລະແອນບໍ່ຫ່ອນຈະປ່ອຍຕົວຊາວປາເລັສຕີນທີ່ຖືກກັກຂັງຍ້ອນຈັດກອງປະຊຸມສຸດຍອດອິສລະແອນປາເລັສຕີນ.
ທ່ານໂອນເມີດເວົ້າວ່າ,ອິສລະແອນຈະສ້າງເງື່ອນໄຂສະດວກແກ່ຊີວິດການເປັນຢູ່ຂອງຊາວປາເລັສຕີນ,ແຕ່ກ່ອນອື່ນ ຕ້ອງຮັບປະກັນຄວາມປອດໄພຂອງຊາວອິສລະແອນແລະປັບປຸງສະພາບດຳລົງຊີວິດຂອງຊາວຢິວຢູ່ຈຸດຕັ້ງຖິ່ນຖານທີ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.ທ່ານກ່າວເນັ້ນວ່າ,ອິສລະແອນບໍ່ຫ່ອນປ່ອຍຕົວຊາວປາເລັສຕີນທີ່ມີໜີ້ເລືອດຕໍ່ຊາວຢິວ.
ຄາດວ່າ ທ່ານຊາລອນ ນາຍົກລັດຖະມົນຕີອິສລະແອນກັບທ່ານອັບບາສ໌ ປະທານອົງການອຳນາດແຫ່ງຊາດປາເລັສຕີນຈະຈັດການເຈລະຈາຢູ່ເຢລູຊະເລັມໃນວັນທີ 11 ຕຸລາ.ເພື່ອເລື່ອງນີ້,ຜູ້ແທນສອງຝ່າຍຍັງຈະພົບປະກັນໃນວັນທີ 7 ,ຫາລືການຈັດວາງວາລະພົບປະສຸດຍອດອິສລະແອນປາເລັສຕີນ.
|
|
|