ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-05 21:10:06    
ອາ​ເມ​ລິ​ກາ​ຮຽກຮ້ອງ​ໃຫ້​ສ.ປ.ປ.​ເກົາ​ຫຼີ​ປະ​ລະ​ອາ​ວຸດ​ນິວ​ເຄຼຍ​ແລະ​ແຜນ​ການ​ນິວ​ເຄຼຍ​ທັງ​ໝົດ

cri

ຕາມຂ່າວ​ສານຊິນຮວາ:ວັນທີ4ຕຸລາ,ໃນ​ງານ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ,ທ່ານ​ຄຼສ​ທອບ​ເຟີ ຮີວ ຜູ່​ຊ່ວຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ຫົວ​ໜ້າ​ຄະ​ນະ​ຜູ່​ແທນ​ອາ​ເມ​ລິ​ກາ​ທີ່ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ໄດ້​ຮຽກ​ຮ້ອງ​ໃຫ້​ສ.ປ.ປ.​ເກົາ​ຫຼີ​ປະລະ​ອາວຸດນິວ​ເຄຼຍ​ແລະ​ແຜນ​ການ​ນິວ​ເຄຼຍ​ທັງ​ໝົດ.

ທ່ານ​ຮີ​ວກ່າວ​ວ່າ,​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ຂອງ​ອາ​ເມ​ລິ​ກາທີ່​ພິຈາ​ລະ​ນາ​ອະ​ພິ​ປາຍ​ກັບ​ສ.ປ.ປ.​ເກົາຫຼີ​ກ່ຽວ​ກັບ​ການ​ສະ​ໜອງເຄື່ອງ​ປະຕິ​ກອນ​ນ້ຳ​ເບົານັ້ນ​ແມ່ນ,​ໃຫ້ສ.ປ.ປ.​ເກົາ​ຫຼີ​ປະ​ລະ​ແຜນ​ການ​ນິວ​ເຄຼຍ​ທັງ​ໝົດ​ໃນ​ປະ​ຈຸ​ບັນ,​ແລະ​ກັບ​ຄືນ​ສູ່​ສົນ​ທິສັນ​ຍາ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ,​​ເລື່ອງ​ຮີບ​ດ່ວນ​ທີ່​ຕ້ອງ​ເຮັດ​ໃນ​ປະຈຸ​ບັນ​ແມ່ນ​ສ.ປ.ປ.​ເກົາ​ຫີຼ​ຕ້ອງ​ຢຸດຕິ​ຜະລິດ​ອາ​ວຸດ​ນິວ​ເຄຼຍ​ແລະ​ລົບ​ລ້າງ​​ແຜນ​ການ​ນິວ​ເຄຼຍ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ໜັງ​ສື​ພິ​ໂລ​ດົງ ຊິນ​ມູນ​ສຽງ​ຂອງ​ສູນ​ກາງ​ພັກ​​ແຮງ​ງານ​ເກົາຫຼີ​ໄດ້​ພິມ​ບົດ​ຈິ​ຈານ,ສະ​ແດງ​ຄວາມ​ລະ​ວັງ​ອາ​ເມ​ລິ​ກາທີ່​ເພີ່ມ​ທະວີ​ການ​ກະ​ກຽມ​​ໂຈມ​ຕີ​ສ.ປ.ປ.​ເກົາ​ຫຼີ​ດ້ວຍ​ກຳ​ລັງ​ອາວຸດ​ຫຼັງ​ຢູ່​ລັບ​ການ​ສົນ​ທະ​ນາ​ກັນ,ກ່າວ​ເນັ້ນ​ວ່າ​ບັນ​ຫາ​ຫົວ​ລ້ຽວ​ຫົວ​ຕໍ່​​​ໃນ​ການ​ແກ້​​ໄຂ​ບັນຫາ​ລະ​ຫວ່າງ​ສ.ປ.ປ.​ເກົາຫຼີ​ກັບ​ອາ​ເມ​ລິ​ກາ​ແມ່ນ​​ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ.