ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-10-04 19:15:22    
ມາ​ເລ​ເຊຍ​ກັບ​ອຸສ​ເບ​ກີ​ສະຕັງ​ຕົກ​ລົງ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ໃນ​ຕ້ານ​ການ​ກໍ່​ການ​ຮ້າຍ​

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ3​ຕຸລາ,ລັດຖະ​ບານ​ມາ​ເລ​ເຊຍ​ກັບ​ລັດ​ຖະ​ບານ​ອຸສ​ເບ​ກີ​ສະຕັງ​ໄດ້​ເຊັນ​ເອກະ​ສານ​6​ສະ​ບັບຢູ່​ພຸດ​ຕຼາ​ຈາ​ຢາ​ສູນ​​ປົກຄອງ​ມາ​ເລ​ເຊຍ,​​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ບໍລິ​ການ​ການ​ບິນ ການ​ທ່ອງ​ທ່ຽວ​ແລະບຸກ​ເບີກ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ເປັນ​ຕົ້ນ.

ມື້​ດຽວ​ກັນ,ສອງ​ຝ່າຍ​ຍັງ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ສະບັບ​ໜຶ່ງ​ກ່າວ​ຢ້ຳ​ວ່າ,​ມາ​ເລ​ເຊຍ​ກັບ​ອຸສ​ເບ​ກີ​ສະຕັງ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ ພວກ​ຫົວ​ຈັດ ການ​ຄ້າ​ເຖື່ອນ​ຢາ​ເສັບ​ຕິດ​ແລະ​ການ​ຕ້ອງ​ໂທດ​ຂ້າມ​ຊາດທີ່​ມີ​ການຈັດ​ຕັ້ງ​ເປັນ​ຕົ້ນ.​ສອງ​ຝ່າຍ​ຍັງ​ໄດ້​ກ່າວ​​ເນັ້ນ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ​ຢູ່​ອາຊີ​​ກາງ​ແລະ​ອາ​ຊີ​ອາ​ຄະ​ເນ​ໃນ​ດ້ານ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​.