ຕາມຂ່າວcri:ຕອນຄ່ຳວັນທີ24,ແລະຕອນຂ້ອນແຈ້ງວັນທີ25 ກັນຍາ,ກອງທະຫານປ້ອງກັນຊາດອິດສະລາແອນໄດ້ໂຈມຕີແຖບກາຊາທາງອາກາດສາມເທື່ອຕໍ່ເນື່ອງກັນ,ໂຈມຕີເປົ້າຫມາຍຂອງອົງການປະກອບອາວຸດຕ່າງໆຂອງປາແລັດສະຕິນ,ພ້ອມທັງຊອກຈັບຄົນຢ່າງຂະຫນາດໃຫຍ່ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ,ໄດ້ຈັບພວກປະກອບອາວຸດປາແລັດສະຕິນ207ຄົນ.
ຕາມຊາບວ່າ,ພວກປະກອບອາວຸດສ່ວນຫລາຍແມ່ນສະມາຊິກຂອງອົງການຮາມາສແລະຈິຮາດ,ໃນນັ້ນລວມທັງທ່ານຮາຊານ ຢູຊຸຟ ຜູ້ນຳເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນຂອງອົງການຮາມາສ.
ນີ້ແມ່ນການເຄື່ອນໄຫວທາງການທະຫານຂະຫນາດໃຫຍ່ທີ່ສຸດທີ່ທະຫານອິດສະລາແອນກໍ່ຂຶ້ນແຕ່ເຊັນສັນຍາຢຸດຍິງກັບປາແລັດສະຕິນໃນເດືອນກຸມພາປີນີ້ເປັນຕົ້ນມາ.
|