ມູນຄ່າການຄ້າຂາອອກຂອງຫວຽດນາມໃນເດືອນກໍລະກົດປີນີ້ສ້າງສະຖິຕິສູງໃໝ່ໃນປະຫວັດສາດ
cri
Author: li
ໜັງສືພິມເສດຖະກິດແທມສ໌ຂອງຫວຽດນາມລາຍງານວ່າ,ກະຊວງການຄ້າຫວຽດນາມແຈ້ງວ່າ,ມູນຄ່າການຄ້າຂາອອກຂອງຫວຽດນາມໃນເດືອນກໍລະກົດມີປະມານ 2 ຕື້ 750 ລ້ານໂດລາສະຫະລັດ,ເພີ່ມຂຶ້ນຫຼາຍກວ່າເວລາດຽວກັນຂອງປີກາຍນີ້ 14,1%,ອັນໄດ້ສ້າງສະຖິຕິສູງໃໝ່ໃນປະຫວັດສາດ. ຜະລິດຕະພັນສົ່ງອອກທີ່ເພີ່ມຂຶ້ນມີ: ເຂົ້າສານ,ຖ່ານຫີນ,ຜະລິດຕະພັນທີ່ເຮັດດ້ວຍໄມ້,ສິ່ງປັ່ນທໍ,ເກີບ,ສັດນ້ຳ,ຜັກແລະໝາກໄມ້ເປັນຕົ້ນ.
|
|