|
 |
(GMT+08:00)
2005-07-24 20:00:25
|
 |
ຝ່າຍທະຫານຟິລິບປິນເຂົ້າສູ່ສະພາວະກຽມພ້ອມໃນລະດັບສູງ
cri
Author: li
ຕາມຂ່າວ CRI: ວັນທີ 24 ກໍລະກົດ ຝ່າຍທະຫານຟິລິບປິນໄດ້ອອກຖະແຫຼງການ,ປະກາດວ່າ,ເລີ່ມແຕ່ຕອນທ່ຽງມື້ດຽວກັນເປັນຕົ້ນໄປ,ທົ່ວປະເທດເຂົ້າສູ່ສະພາວະກຽມພ້ອມສູງສຸດ.
ຖະແຫຼງການຂຽນວ່າ,ທ່ານນາງອາໂລໂຢ ປະທານາທິບໍດີຟິລິບປິນມີແຜນປະກາດເອກະສານລາຍງານສະພາບການແຫ່ງລັດໃນວັນທີ 25 ກໍລະກົດ,ການກະທຳດັ່ງກ່າວຂອງຝ່າຍທະຫານໝາຍຈະຮັບກັນສະຖຽນລະພາບຂອງສັງຄົມໃນໄລຍະປະທານາທິບໍດີກ່າວປາຖະກະຖາ.
ວັນທີ 8 ກໍລະກົດ,ສະມາຊິກຄະນະລັດຖະບານ 10 ຄົນຂອງຟິລິບປິນໄດ້ຂໍລາອອກຈາກຕຳແໜ່ງ,ແລະຮຽກຮ້ອງໃຫ້ທ່ານນາງອາໂລໂຢກໍລາອອກຈາກຕຳແໜ່ງໃນທັນທີ. ມື້ນັ້ນ ຝ່າຍທະຫານໄດ້ປະກາດເຂົ້າສູ່ສະພາວະກຽມພ້ອມສູງສຸດ. ວັນທີ 12 ກໍລະກົດ ເພື່ອຮັບມືກັບການແຫ່ຂະບວນໝື່ນຄົນທີ່ຄັດຄ້ານລັດຖະບານຊຸດປັດຈຸບັນທີ່ຈັດຂຶ້ນຢູ່ມານີລາ,ຝ່າຍທະຫານໄດ້ເຂົ້າສູ່ສະພາວະກຽມພ້ອມສູງສຸດອີກເທື່ອໜຶ່ງ.
ນອກນີ້ ຂ່າວແຈ້ງວ່າ,ວັນທີ 25 ກໍລະກົດ ຝ່າຍຕຳຫຼວດຟິລິບປິນຈະຈັດວາງຕຳຫຼວດ 16 ພັນຄົນຢູ່ນະຄອນຫຼວງມານີລາ,ເພື່ອຮັບມືກັບການແຫ່ຂະບວນສະແດງກຳລັງຢ່າງຂະໜາດໃຫຍ່ທີ່ອາດຈະເກີດຂຶ້ນ.
|
|
|