ຕາມຂ່າວCRI,ວັນທີ 13 ກໍລະກົດ,ຢູ່ທີ່ເຊອຸ່ນ,ທ່ານບານກີມູນ ລັດຖະ ມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີແລະທ່ານນາງໄລສ໌ ລັດຖະມົນຕີການຕ່າງປະເທດອາເມລິກາທີ່ໄປຢ້ຽມຢາມໄດ້ຮ່ວມກັນຈັດງານຊຸມນຸມນັກຂ່າວ,ຊົມເຊີຍສ.ປ.ປເກົາຫຼີທີ່ຕົກລົງກັບຄືນສູ່ການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີ,ເຫັນວ່ານີ້ແມ່ນການຄືບຫນ້າອັນຕັ້ງຫນ້າຕໍ່ການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ.
ທ່ານບານກີມູນກ່າວວ່າ, ສ.ເກົາຫຼີແລະອາເມລິກາເຫັນວ່າການເຈລະຈາຮອບໃຫມ່ຈະມີການຄືບຫນ້າໃນດ້ານທາດແທ້ຫຼືບໍ່ແມ່ນສຳຄັນທີ່ສຸດ,ທ່ານກ່າວວ່າ,ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາເປົ້າຫມາຍທີ່ການເຈະລະ ຈາຈະບັນລຸງແລະບັນຫາອື່ນໆ.
ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຈີນທີ່ໄດ້ທຳຄວາມພະຍາຍາມທາງການທູດເພື່ອແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ
|