|
 |
(GMT+08:00)
2005-07-08 20:15:08
|
 |
ກອງທັບຟີລິບປິນປະກາດວ່າ ເມືອງມານີລາຢູ່ໃນສະພາວະລະມັດລະວັງສູງສຸດ
cri
Author: da
ຕາມຂ່າວສານຊິນຮວາ:ຄຽງຄູ່ກັບວົງການຕ່າງໆຟີລິບປິນສົ່ງສຽງຮຽກຮ້ອງທ່ານນາງອາໂລໂຢປະທານາທິບໍດີລາອອກຈາກຕຳແໜ່ງນັບມື້ນັບດັງຂຶ້ນ,ວັນທີ 8 ກໍລະກົດ ກອງປະກອບອາວຸດຟີລິບປິນໄດ້ປະກາດວ່າ ເມືອງມານີລາຢູ່ໃນສະພາວະລະມັດລະວັງສູງສຸດ.
ມື້ດຽວກັນ ທ່ານເອໂລຼນ ອາບູ ຫົວໜ້າກົມໃຫຍ່ເສນາທິການກອງປະກອບອາວຸດຟີລິບປີນໄດ້ປະກາດຄຳສັ່ງ ໃຫ້ກອງບັນຊາການກອງທະຫານປະຈຳເຂດມານີລາຢູ່ໃນສະພາວະລະມັດລະວັງສີແດງແຕ່ 12 ໂມງຕອນທ່ຽງມື້ດຽວກັນເປັນຕົ້ນໄປ.ທ່ານອາບູຍັງເວົ້າວ່າ,ກອງທະຫານປະຈຳເຂດມານີລາຄວນກຽມກຳລັງດ່ວນໃຫ້ດີ,ເພື່ອຊ່ອຍໜູນກອງບັນຊາການຢູ່ທຸກເວລາ.ທ່ານເວົ້າວ່າ,ນາຍທະຫານໃນເຂດຕ່າງໆມີສິດຍົກລະດັບລະມັດລະວັງຕາມຄວາມຕ້ອງການຂອງສະພາບການໃນເຂດຄຸ້ມຄອງຂອງຕົນ.
ຕອນບ່າຍມື້ດຽວກັນ,ຜູ້ສະໜັບສະໜູນຂອງພັກຝ່າຍຄ້ານຫຼາຍພັນຄົນໄດ້ເຕົ້າໂຮມກັນຢູ່ສູນການຄ້ານະຄອນຫຼວງ,ຮ້ອງຄຳຂວັນ,ທວງໃຫ້ທ່ານນາງອາໂລໂຢລາອອກຈາກຕຳແໜ່ງ.
|
|
|