|
 |
(GMT+08:00)
2005-05-27 09:40:34
|
 |
ເຈົ້າຫນ້າທີ່ຊັ້ນສູງຂອງສ.ເກົາຫລີກ່າວວ່າຈະສະເຫນີແຜນການສຳຄັນທີ່ຈະຊ່ອຍແກ້ໄຂບັນຫານິວເຄຼຍແຫລມເກົາຫລີໃນດ້ານທາດແທ້
cri
Author: sayvanny
ຕາມຂ່າວ CRI:ວັນທີ 26 ພຶດສະພາ ຢູ່ໂຕກຽວ ທ່ານເຈິງດົງຢົງ ລັດຖະມົນຕີກະຊວງໂຮມເຂົ້າເປັນເອກະພາບຂອງສ.ເກົາຫລີເວົ້າວ່າ,ຖ້າການເຈລະຈາຫົກຝ່າຍໄດ້ຈັດຄືນໃຫມ່, ຝ່າຍສາທາລະນະລັດເກົາຫລີຈະສະເຫນີແຜນການສຳຄັນທີ່ເຮັດໃຫ້ບັນຫານິວເຄຼຍແຫລມເກົາຫລີໄດ້ຮັບການແກ້ໄຂໃນດ້ານທາດແທ້.
ທ່ານເຈິງດົງຢົງບໍ່ໄດ້ເຜີຍໃຫ້ຮູ້ເນື້ອໃນຂອງແຜນການດັ່ງກ່າວ, ແຕ່ທ່ານກ່າວວ່າຝ່າຍສ.ເກົາຫລີຈະເສີມຂະຫຍາຍບົດບາດຊັກນຳໃນແຜນການນີ້.ພ້ອມນັ້ນ,ທ່ານເວົ້າວ່າ, ຖ້າຈັດການເຈລະຈາຫົກຝ່າຍຮອບໃຫມ່, ຝ່າຍທີ່ຮ່ວມການເຈລະຈາຄວນພະຍາຍາມວາງແຜນການແກ້ໄຂບັນຫານິວເຄຼຍແຫລມເກົາຫລີໃນດ້ານທາດແທ້.
ໃນເວລາກ່າວເຖິງບັນຫາປະຫວັດສາດຂອງຍີ່ປຸ່ນ, ທ່ານເຈິງດົງຢົງເວົ້າວ່າ, ການກະທຳຂອງຜູ່ນຳຍີ່ປຸ່ນທີ່ໄປນະມັດສະການວັດຢາຊືຄູນີ ເຮັດໃຫ້ປະຊາຊົນອາຊີຕາເວັນອອກເປັນຫ່ວງວ່າປະຫວັດສາດທີ່ບໍ່ເປັນຈັ່ງບຸນຈະກັບຕ່າວຄືນມາ.
|
|
|