|
 |
(GMT+08:00)
2005-05-10 11:26:50
|
ມາເລເຊຍແລະອາເມລິກາເຊັນສັນຍາຮ່ວມມືດ້ານພະລາທິການການທະຫານສະບັບທີສອງ
cri
Author: li
ຕາມຂ່າວສານຊິນຮວາ: ວັນທີ 9 ພຶດສະພາ ທ່ານນາຈິບ ຣາຈັກ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍກ່າວວ່າ,ວັນທີ 9 ພຶດສະພາ ມາເລເຊຍກັບອາເມລິກາໄດ້ເຊັນສັນຍາຮ່ວມມືດ້ານພະລາທິການການທະຫານສະບັບໃໝ່,ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນດ້ານນີ້ຕື່ມອີກ.
ວັນທີ 9 ພຶດສະພາ ທ່ານນາຈິບແລະທ່ານໂຈລິກ ຮອງລັດຖະມົນຕີກະຊວງການຕ່າງປະເທດອາເມລິກາທີ່ໄປຢາມໄດ້ເຂົ້າຮ່ວມພິທີລົງນາມໃນສັນຍາ. ຫຼັງຈາກນັ້ນ ທ່ານເຜີຍໃຫ້ວົງການໜັງສືພິມຮູ້ວ່າ,ສັນຍາສະບັບໃໝ່ມີແຕ່ພົວພັນເຖິງການຮ່ວມມືລະຫວ່າງສອງປະເທດທໍ່ນັ້ນ ບໍ່ພົວພັນເຖິງອິດທິພົນຂອງອາເມລິກາຢູ່ພາກພື້ນແຫ່ງນີ້.
|
|
|