|
 |
(GMT+08:00)
2005-05-10 11:24:34
|
 |
ຝ່າຍອິສຣາແອນອາດຈະພິຈາລະນາຄືນໃໝ່ວ່າຈະປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຫຼືບໍ່
cri
Author: li
ຕາມຂ່າວ CRI: ວັນທີ 9 ພຶດສະພາ ຢູ່ເຢລູຊາເລັມ ໃນເວລາທ່ານຊາໂລມ ລັດຖະມົນຕີການຕ່າງປະເທດອິສຣາແອນພົບປະທ່ານຢູເຊຟ ລັດຖະມົນຕີກະຊວງພາຍໃນຂອງລັດຖບານປົກຄອງຕົນເອງປາເລັສຕີນນັ້ນ ທ່ານຊາໂລມເວົ້າວ່າ,ຖ້າອົງການຮາມັສຮັບໄຊຊະນະໃນການເລືອກຕັ້ງສະພານິຕິບັນຍັດຂອງປາເລັສຕີນທີ່ຈະຈັດຂຶ້ນໃນເດືອນກໍລະກົດປີນີ້ແລ້ວ,ອິສຣາແອນຈະພິຈາລະນາຄືນໃໝ່ວ່າຈະປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວຫຼືບໍ່.
ຂ່າວແຈ້ງວ່າ,ໃນການພົບປະ,ທ່ານຊາໂລມກ່າວວ່າ,ບໍ່ຫ່ອນຈະເອົາເຂດທີ່ຖອນອອກໄປນັ້ນຈົ່ງໄວ້ໃຫ້ອົງການຮາມັສ.
ທ່ານຢູເຊຟກ່າວວ່າ,ຝ່າຍປາເລັສຕີນຈະຈັດການເລືອກຕັ້ງສະພານິຕິບັນຍັດບົນພື້ນຖານສັນຍາປາເລັສຕີນອິສຣາແອນແລະແຜນການ"ແຜນທີ່ເສັ້ນທາງ"ສັນຕິພາບຕາເວັນອອກກາງ,ອົງການຮາມັສເຂົ້າຮ່ວມການເລືອກຕັ້ງນັ້ນມີຄວາມໝາຍສຳຄັນທີ່ສຸດ.
ມື້ດຽວກັນ,ທ່ານຊາລອນ ນາຍົກລັດຖະມົນຕີອິສຣາແອນປະກາດວ່າ,ການປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວທີ່ແຕ່ເດີມເລີ່ມແຕ່ວັນທີ 25 ກໍລະກົດນັ້ນ ຈະເລື່ອນໄປກາງເດືອນສິງຫາ.
|
|
|