ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-09 18:25:40    
ນາ​ຍົກ​ລັດຖະມົນຕີ​ມາ​ເລ​ເຊຍ​ຮຽກຮ້ອງ​ໃຫ້​ປະ​ເທດ​ສະມາຊິກ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມຊຸກ​ຍູ້​ໃຫ້​ຍິງ​ຊາຍສະ​ເໝີ​ພາບ​ກັນ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 9 ພືດ​ສະພາ, ທ່ານ​ບາ​ດາ​ວີ ນາຍົກລັດຖະ​ມົນຕີ​ມາ​ເລ​ເຊຍ ປະ​ທານປັດຈຸ​ບັນຂອງຂະ​ບວນການບໍ່​ຮ່ວມ​ກຸ່ມ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ພາຄີ​ຂອງອົງການ​ດັ່ງກ່າວ​ໃຊ້​ພາຫະນະ​ກົດໝາຍ, ຊຸກ​ຍູ້​ໃຫ້​ຍິງ​ຊາຍສະ​ເໝີ​ພາບ​ກັນ​ໃນ​ດ້ານ​​ເສດຖະກິດ ສັງຄົມ​ແລະ​ວັດທະນະທຳ​ເປັນຕົ້ນ.

ໃນ​ພິທີ​ໄຂ​ກອງ​ປະຊຸມ​ຂັ້ນລັດຖະມົນຕີ​ກ່ຽວ​ກັບ​ບັນຫາ​ພັດທະນາຂອງ​ແມ່ຍິງ​ຄັ້ງທຳ​ອິດ​ຂອງ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມທີ່​ຈັດ​ຂຶ້ນ​ຢູ່​​ເມືອງພູທຼາຈາ​ຢາ ​ຂອງ​ມາ​ເລ​ເຊຍ​ນັ້ນ, ທ່ານ​ບາ​ດາ​ວີ​ກ່າວ​ວ່າ, ຍາດ​ແຍ່ງ​ໃຫ້​​ແມ່ຍິງ​ເຂົ້າຮ່ວມ​ການ​ເມືອງ, ​ແລະ​ສະ​ເໝີ​ພາບກັນທາງ​ເພດ​, ຕ້ອງການ​ໃຫ້​ທົ່ວ​ສັງຄົມ​ປ່ຽນ​ແປງ​ບັນຍາກາດອັນ​ບໍ່​ຍຸດຕິ​ທຳ​ທີ່​ດູ​ຖູ​ກແມ່ຍິງ. ທ່ານ​ເວົ້າວ່າ, ມີ​ແຕ່​ເຄົາລົບ​ແລະ​ປົກ​ປ້ອງ​ສິດ​​ທິຂອງແມ່ຍິງທໍ່​ນັ້ນ, ມວນ​ມະນຸດ​ຈິ່ງ​ອາດ​ບັນລຸ​ເປົ້າໝາຍ​ສະ​ເໝີ​ພາບ ສັນຕິພາບ ​ແລະ​ການ​ພັດທະນາ.