|
 |
(GMT+08:00)
2005-05-09 11:00:47
|
 |
ທ່ານຫູຈີນທາວຕ່າງໄດ້ພົບປະປະທານາທີບໍດີຂອງສ.ເກົາຫຼີແລະຕວກເມນີສະຕັງຢູ່ທີ່ມົສກູ
cri
Author: huachunmei
ຕາມຂ່າວ CRI, ທ່ານຫູຈີນທາວ ປະທານປະເທດຈີນທີ່ເດີນທາງໄປຮອດມົສກູຕາມຄຳເຊີນໃນຕອນບ່າຍວັນທີ 8 ພຶດສະພາເພື່ອກຽມເຂົ້າຮ່ວມພິທີລະລຶກສົງຄາມປ້ອງກັນຊາດຣັດເຊຍໄດ້ຮັບໄຊຊະນະຄົບຮອບ 60 ປີຕ່າງໄດ້ພົບປະທ່ານໂຣມູຮຸນ ປະທານາທິບໍດີສ.ເກົາຫຼີແລະທ່ານນີຢາຈົບ ປະທານາທິບໍດີຕວກເມນີສະຕັງ.
ໃນການພົບປະກັບທ່ານໂຣມູຣຸນ, ທ່ານຫູຈີນທາວກ່າວເນັ້ນວ່າ, ຝ່າຍຈີນເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ, ການແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີໂດຍສັນຕິຜ່ານການສົນທະນາແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງບັນດາຝ່ານທີ່ກ່ຽວຂ້ອງ. ທ່ານໂຣມູຮຸນເວົ້າວ່າ, ສ.ເກົາຫຼີຫວັງໃຫ້ຝ່າຍຈີນຈົ່ງສືບຕໍ່ເສີມຂະຫຍາຍບົດບາດອັນຕັ້ງໜ້າໃນຂະບວນວິວັດການຮັກສາສັນຕິພາບແລະສະຖຽນລະພາບຢູ່ແຫຼມເກົາຫຼີ.
ໃນການພົບປະກັບທ່ານນີຢາຈົບ, ທ່ານຫູຈີນທາວເວົ້າວ່າ, ລັດຖະບານຈີນຖືຕວກເມນີສະຕັງເປັນຄູ່ຂາຮ່ວມມືສຳຄັນຢູ່ພາກພື້ນອາຊີກາງ. ທ່ານນີຢາຈົບເວົ້າວ່າ, ຕວກເມນີສະຕັງເດັດດ່ຽວສະໜັບສະໜູນຫຼັກໝັ້ນຫຼັກການຂອງລັດຖະບານຈີນໃນບັນຫາໄຕ້ຫວັນ.
|
|
|