ທ່ານຫູຈີນທາວພົບປະກັບຜູ້ແທນຂອງນັກລົບເກົ່າແກ່ຣັດເຊຍທີ່ເຄີຍເຂົ້າຮ່ວມສົງຄາມຕໍ່ຕ້ານຍີ່ປຸ່ນຢູ່ຈີນ
cri
Author: huachunmei
ຕາມຂ່າວ CRI, ວັນທີ 8 ພຶດສະພາ, ຢູ່ທີ່ສະຖານທູດຈີນປະຈຳຣັດເຊຍ, ທ່ານຫູຈີນທາວ ປະທານປະເທດຈີນທີ່ພວມເຂົ້າຮ່ວມພິທີລະລຶກສົງຄາມປ້ອງກັນຊາດຣັດເຊຍໄດ້ຮັບໄຊຊະນະຄົບຮອບ 60 ປີຢູ່ທີ່ມົສກູໄດ້ພົບປະຜູ້ແທນພ້ອມກັບຜູ້ແທນຄອບຄົວໝ້າຍຂອງນັກລົບເກົ່າແກ່ຣັດເຊຍແລະຄອບຄົວນັກລົບເກົ່າຜູ້ເສຍສະຫຼະທີ່ເຄີຍເຂົ້າຮ່ວມສົງຄາມຕໍ່ຕ້ານຍີ່ປຸ່ນຢູ່ຈີນ, ແລະໄດ້ກ່າວຄຳປາໄສສຳຄັນໂດຍກ່າວເນັ້ນວ່າ, ຈີນຈະເດີນໄປຕາມເສັ້ນທາງພັດທະນາໂດຍສັນຕິຢ່າງເດັດດ່ຽວໜຽວແໜ້ນ.
ກ່ອນອື່ນ, ທ່ານຫູຈີນທາວໄດ້ສະແດງຄວາມເຄົາລົບຕໍ່ບັນດາຜູ້ແທນຂອງນັກລົບເກົ່າແກ່. ທ່ານເວົ້າວ່າ, ປະຊາຊົນຈີນຖະນຸຖະໜອມມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນຣັດເຊຍ, ບໍ່ລືມຣັດເຊຍທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງຫຼວງຫຼາຍແກ່ຈີນໃນສົງຄາມຕໍ່ຕ້ານຍີ່ປຸ່ນ. ທ່ານຫູຈີນທາວເວົ້າວ່າ, ຈີນຈະເດີນໄປຕາມເສັ້ນທາງພັດທະນາໂດຍສັນຕິຢ່າງເດັດດ່ຽວໜຽວແໜ້ນ, ແລະຍິນດີພ້ອມກັນກັບບັນດາປະເທດໃນໂລກ, ພ້ອມກັນສ້າງໂລກກົມກຽວກັນທີ່ມີສັນຕິພາບຖາວອນແລະມີຄວາມຈະເລີນຮຸ່ງເຮືອງໂດຍທົ່ວໄປ, ສ້າງອະນາຄົດສວຍງາມກວ່າເກົ່າຂອງສັງຄົມມະນຸດ.
|
|