|
 |
(GMT+08:00)
2005-05-08 17:03:05
|
 |
ນາຍົກເຢຍລະມັນຂໍຄະມາໂທດນຳປະຊາຊົນລັດເຊຍ
cri
Author: sayvanny
ຕາມຂ່າວສານຊີນຮວາ:ວັນທີ 7 ພຶດສະພາ ທ່ານສະໂລເດີ ນາຍົກລັດ ຖະມົນຕີເຢຍລະມັນໄດ້ຂຽນບົດຄວາມລົງຫນັງສືພິມລັດເຊຍ,ສະແດງຄວາມຂໍຄະມາໂທດກ່ຽວກັບເຢຍລະມັນນາຊີກໍ່ສົງຄາມຮຸກຮານທຳຮ້າຍປະຊາຊົນລັດເຊຍແລະປະຊາຊົນປະເທດອື່ນໆ.
ໃນບົດຄວາມຂອງທ່ານສະໂລເດີທີ່ພິມລົງຫນັງສືພິມໂຄມໂຊໂມສຄາຢາປຼາວາດາຂອງລັດເຊຍສະບັບວັນທີ 7 ພຶດສະພາ,ທ່ານຂຽນວ່າ, ເຢຍລະມັນຂໍຜ່ານມືຂອງຊາວເຢຍລະມັນແລະໃນນາມຊາວເຢຍລະມັນສະແດງຄວາມຂໍຄະມາໂທດຕໍ່ປະຊາຊົນລັດເຊຍແລະປະຊາຊົນປະເທດອື່ນໆ,ເພື່ອຂໍຄວາມອະໄພໂທດ.
ທ່ານສະໂລເດີເວົ້າວ່າ, ທ່ານໄດ້ຖືການໄດ້ຮັບເຊີນຈາກທ່ານປູຕິນ ປະ ທານາທິບໍດີລັດເຊຍໃຫ້ໄບເຂົ້າຮ່ວມການເຄື່ອນໄຫວສະຫລອງສົງຄາມປ້ອງກັນຊາດໄດ້ຮັບໄຊຊະນະຄົບຮອບ 60 ປີທີ່ຈັດຂຶ້ນຢູ່ນະຄອນຫລວງມົສກູໃນວັນທີ 9 ນັ້ນເປັນກຽດສູງສຸດແລະເປັນເຄື່ອງຫມາຍທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈຕໍ່ປະຊາຊົນເຢຍລະມັນ. ທ່ານໄດ້ຕົກລົງເຂົ້າຮ່ວມການເຄື່ອນໄຫວດັ່ງ ກ່າວ.ນີ້ແມ່ນນາຍົກລັດຖະມົນຕີເຢຍລະມັນໄດ້ຮັບເຊີນໃຫ້ເຂົ້າຮ່ວມພິທີສະ ຫລອງດັ່ງກ່າວເປັນຄັ້ງທຳອິດພາຍຫລັງສົງ ຄາມໂລກຄັ້ງທີ 2 .
|
|
|