|
 |
(GMT+08:00)
2005-04-30 21:19:04
|
ຫວຽດນາມຈັດພິທີສວນສະໜາມລະລຶກວັນໂຮມປະເທດຊາດເຂົ້າເປັນເອກະພາບກັນຄົບຮອບ 30 ປີ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 30 ເມສາ, ອົງການປົກຄອງນະຄອນໂຫຈີມີນຫວຽດນາມໄດ້ຈັດການສວນສະໜາມແລະການແຫ່ຂະບວນຂອງມວນຊົນຢູ່ສະໜາມຫລວງຕໍ່ໜ້າວັງເອກະລາດ, ລະລຶກວັນປົດປ່ອຍພາກໃຕ້ຫວຽດນາມແລະໂຮມປະເທດຊາດເຂົ້າເປັນເອກະພາບກັນຄົບຮອບ 30 ປີຢ່າງຄຶກຄື້ນ.
ຜູ້ນຳພັກລັດຫວຽດນາມຄືທ່ານນົງດຶກແໝ້ງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ທ່ານຈັນດຶກເລື່ອງ ປະທານປະເທດຫວຽດນາມເປັນຕົ້ນ, ພ້ອມດ້ວຍຜູ້ແທນຂອງຝ່າຍພັກ ຝ່າຍທະຫານແລະມວນຊົນວົງການຕ່າງໆ, ຄະນະຜູ້ແທນຂອງລາວ ກຳປູເຈຍແລະກູບາແລະທູຕານຸທູດຂອງບັນດາປະເທດປະຈຳນະຄອນໂຫຈີ່ມິນປະມານ 50 ພັນຄົນໄດ້ເຂົ້າຮ່ວມການເຄື່ອນໄຫວສະຫລອງໃນວັນທີ 30 ເມສາ.
|
|
|