|
 |
(GMT+08:00)
2005-04-23 21:14:22
|
ຣັດເຊຍຫວັງໃຫ້ສ.ປ.ປ.ເກົາຫຼີຈົ່ງກັບຄືນສູ່ການເຈລະຈາ 6 ຝ່າຍໂດຍໄວ
cri
Author: huachunmei
ຕາມຂ່າວ CRI, ວັນທີ 22 ເມສາ, ທ່ານອີວານນົຟ ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍເວົ້າວ່າ, ສ.ປ.ປ.ເກົາຫຼີຄວນກັບຄືນສູ່ການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີໂດຍໄວທີ່ຈະໄວໄດ້.
ທ່ານອີວານນົຟແມ່ນໃຫ້ທັດສະນະດັ່ງກ່າວພາຍຫຼັງໄດ້ເຈລະຈາກັບທ່ານຢຸນກວງວົງ ລັດຖະມົນຕີກະຊວງປ້ອງກັນປະເທດສາທາລະນະລັດເກົາຫຼີທີ່ໄປຢ້ຽມຢາມຢູ່ມົສກູໃນວັນທີ 22 ເມສາ.
ທ່ານຢຸນກວງວົງເວົ້າວ່າ, ສາທາລະນະລັດເກົາຫຼີຫວັງໃຫ້ໃຊ້ວິທີທາການເມືອງແລະການທູດມາແກ້ໄຂບັນຫານິວເຄຼຍແຫຼມເກົາຫຼີ. ຝ່າຍສາທາລະນະລັດເກົາຫຼີຫວັງໃຫ້ສ.ປ.ປ.ເກົາຫຼີກັບຄືນສູ່ໜ້າໂຕະເຈລະຈາໂດຍໄວ, ສະແດງຫຼັກໝັ້ນຂອງຕົນຢ່າງເປີດເຜີຍ, ເພື່ອປົກປັກຮັກສາສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງແຫຼມເກົາຫຼີ.
|
|
|