|
 |
(GMT+08:00)
2005-04-22 20:31:15
|
ອິສລາແອນປະກາດເລື່ອນເວລາປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ
cri
Author: li
ຕາມຂ່າວCRI: ຕອນກາງຄືນວັນທີ 21 ເມສາ ຫ້ອງການຂອງທ່ານຊາລອນ ນາຍົກລັດຖະມົນຕີອິສລາແອນປະກາດວ່າ,ເລື່ອນເວລາປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວໄປອີກສາມອາທິດ.
ກ່ອນໜ້ານີ້ ບຸກຄົນສາສະໜາຢິວຊີ້ອອກວ່າ,ອີງຕາມການກຳນົດຂອງສາສະໜາຢິວ,ໃນໄລຍະຈັດການເຄື່ອນໄຫວໄວ້ອາໄລໂບດສັກກະລະບູຊາຂອງສາສະໜາຢິວຖືກທຳລາຍທີ່ຈະດຳເນີນເປັນເວລາສາມອາທິດກ່ອນວັນທີ 14 ສິງຫານັ້ນ ບໍ່ຄວນຍ້າຍຜູ້ຢູ່ຈຸດຕັ້ງຖິ່ນຖານ
ນອກນັ້ນ ຂ່າວແຈ້ງຂ່າວວ່າ,ຕອນຄ່ຳວັນທີ 21 ເມສາ ທ່ານ ໂມຟາດ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນໄດ້ປຶກສາຫາລືກັບທ່ານ ຕາຣານ ລັດຖະມົນຕີກະຊວງການປົກຄອງຂອງລັດຖະບານປາເລັສຕິນປົກຄອງຕົນເອງກ່ຽວກັບການສ້າງກົນໄກປະສານງານໃນການປະຕິບັດແຜນການເຄື່ອນໄຫວແຕ່ຝ່າຍດຽວ.
ນອກນີ້ ວັນທີ 21 ເມສາ ທ່ານເປເລັສ ຮອງນາຍົກລັດຖະມົນຕີອິສຣາແອນຍັງໄດ້ເຈລະຈາກັບທ່ານຄູໄລ ນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປາເລັສຕີນ.
|
|
|