ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-22 14:33:01    
ສ​ປ​ປ​ເກົາ​ຫຼີ​ທວງ​ໃຫ້​ອາ​ເມ​ລິ​ກາ​ຖອນ​ອາ​ວຸດ​ນິວ​ເຄຼຍ​ທັງ​ໝົດ​ອອກ​ຈາກ​ເຂດ​ອ້ອມ​ຂ້າງ

cri Author: da
ຕາມ​ຂ່າວ​ສານ​ຊິນ​ຮວາ:​ໜັງສື​ພິມ​ໂລ​ດົງ​ຊິນ​ມູນ ​ສຽງ​ຂອງ​ສູນ​ກາງ​ພັກ​​ແຮງ​ງານ​ເກົາຫຼີ​ສະບັບ​ວັນ​ທີ 21 ​ເມສາ​ພິມ​ບົດ​ວິຈານ​ໂດຍ​ຂຽນ​ວ່າ,ຂໍ​ກະ​ແຈ​ທີ່​ເຮັດໃຫ້​ແຫຼມ​ເກົາຫຼີ​ປອດ​ນິວ​ເຄຼຍ​ແມ່ນ​ຊີ້​ຂາດ​ຢູ່​ນຳ​ອາ​ເມ​ລິ​ກາທີ່​ຕ້ອງ​ຖອນ​ອາວຸດ​ນິວ​ເຄຼຍ​ທັງ​ໝົດ​ຂອງ​ຕົນ​ອອກ​ຈາກ​ສ.​ເກົາຫຼີ​ແລະ​ເຂດ​ອ້ອມ​ຂ້າງ,​ກຳ​ຈັດ​ຄວາມ​ຂົ່ມຂູ່​ດ້ວຍ​ນິວ​ເຄຼຍ​ຢ່າງ​ເຖິງ​ຖອງ,​ພ້ອມ​ກັນ​ນັ້ນ​ຍັງ​ຕ້ອງ​ລົບ​ລ້າງ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ສ.​ເກົາ​ຫຼີ​ເດີນ​ໄປ​ຕາມ​ເສັ້ນ​ທາງ​ນິວ​ເຄຼຍ.

ກ່ຽວ​ກັບ​ບັນຫາ​ສປປ​ເກົາ​ຫຼີ​ມີອາ​ວຸດ​ນິວ​​​ເຄຼຍ,​ບົດ​ວິຈານ​ຂຽນ​ວ່າ,ສປປ​ເກົາ​ຫຼີ​ມີ​ອາວຸດ​ນິວ​ເຄຼຍ​ແມ່ນ​ເພື່ອ​ຕໍ່​ຕ້ານ​ຄວາມ​ຂົ່ມ​ຂູ່​ດ້ວຍ​ນິວ​ເຄຼຍ​ທີ່​ນັບ​ມື້​ນັບ​ດຸ​ເດືອດ​ແລະ​ການ​ປາບ​ຜູ້​ອື່ນ​ກ່ອນ​ຂອງ​ອາ​ເມ​ລິ​ກາ,​ແລະ​ປ້ອງ​ກັນບໍ່​ໃຫ້​ເກີດ​ສົງ​ຄາມ.

ທະ​ແນມ​ແຕ່​ອາ​ເມ​ລິ​ກາ​ປະລະ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ດ້ວຍ​ການ​ກະທຳ​ຕົວ​ຈິງ,ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ທີ່​ຍິນ​ດີ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​ກັບ​ສປ​ປ​ເກົາ​ຫຼີ​,ບັນ​ຫາ​ນິວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ​​ແມ່ນ​ແກ້​ໄຂ​ໄດ້.