ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-20 17:41:10    
ສ.​ເກົາຫຼີ​ເຕືອນ​ໃຫ້​ສປປ​ເກົາ​ຫຼີ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ 6 ຝ່າຍ​ໂດຍ​ໄວ

cri Author: li
ຕາມ​ຂ່າວ CRI: ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ເຊ​ອຸ່ນ​ໃນ​ວັນ​ທີ 20 ​ເມສາ ທ່ານ​ບານ​ກີ​ມູນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ການ​ຄ້າ​ຂອງ​ສ.​ເກົາຫຼີ​ໄດ້​ກ່າວ​ວ່າ,​ເຕືອນ​ໃຫ້​ສປປ​ເກົາຫຼີ​ກັບ​ຄືນ​ສູ່​ຂອບ​ການ​ເຈລະຈາ 6 ຝ່າຍ ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍແຫຼມ​ເກົາຫຼີ​ດ້ວຍ​ພາຫະນະ​ການ​ຕ່າງປະ​ເທດ​ໂດຍ​ສັນຕິ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ບານ​ກີ​ມູນ​ເວົ້າວ່າ,ສ.​ເກົາຫຼີສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ສປປ​ເກົາຫຼີ​ຢຸດຕິ​ການ​ໝູນ​ເດີນ​ຂອງ​ເຄື່ອງ​ປະຕິ​ກອນ​ນິວ​ເຄຼຍ​ຢົງ​ປີ​ອົງ​ໃນ​ຫວ່າງ​ມໍ່ໆ​ນີ້​ແລະ​ຈະ​ຍ້າຍ​ວັດ​ຖຸ​ເຊື້ອ​ໄຟ​ນິວ​ເຄຼຍ​ທີ່​ເສດ​ເຫຼືອ. ທ່ານ​ເວົ້າວ່າ,ຖ້າ​ສປປ​ເກົາຫຼີ​ຊຳລະ​ວັດຖຸ​ເຊື້ອ​ໄຟ​ນິວ​ເຄຼຍ​ທີ່​ເສດ​ເຫຼືອຄືນ​ອີກ,ບໍ່​ພຽງ​ແຕ່ຝືນ​ກັບ​ຄວາມ​ຫວັງ​ຂອງ​ປະຊາ​ຄົມ​ໂລກ​ທີ່​ແກ້​ໄຂ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ​ດ້ວຍ​ພາຫະນະ​ການ​ຕ່າງປະ​ເທດ​ໂດຍ​ສັນຕິ​ທໍ່​ນັ້ນ ​ແລະ​ກໍບໍ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ສປປ​ເກົາຫຼີ​​ອີກດ້ວຍ. ພ້ອມ​ກັນນັ້ນ ທ່ານ​ເຕືອນ​ໃຫ້​ສປປ​ເກົາຫຼີ​ກັບ​ຄືນ​ສູ່​ຂອບ​ເຈລະຈາ 6 ຝ່າຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.