|
 |
(GMT+08:00)
2005-03-21 22:19:49
|
ອົງການອຳນາດແຫ່ງຊາດປາເລັສຕີນປະກາດມາດຕະການຈຳກັດປືນ
cri
Author: da
ຕາມຂ່າວCRI:ວັນທີ 21 ມີນາ,ເຈົ້າໜ້າທີ່ຮັກສາຄວາມປອດໄພຂອງລັດຖະບານປາເລັສຕີນປົກຄອງຕົນເອງເຜີຍໃຫ້ຮູ້ວ່າ,ຫວ່າງມໍ່ໆນີ້ ກະຊວງວຽກງານພາຍໃນປາເລັສຕີນໄດ້ໃຊ້ມາດຕະການ,ຈຳກັດພວກປະກອບອາວຸດປາເລັສຕີນທີ່ເຄື່ອນໄຫວຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນໃຊ້ປືນ.
ເຈົ້າໜ້າທີ່ຊັ້ນສູງຂອງອິສຣາແອນຜູ່ໜຶ່ງທີ່ບໍ່ຍິນດີເຜີຍໃຫ້ຮູ້ຊື່ໄດ້ສະແດງຄວາມຊົມເຊີຍຕໍ່ມາດຕະການດັ່ງກ່າວຂອງກະຊວງພາຍໃນຂອງປາເລັສຕີນ,ແລະກ່າວວ່ານີ້ແມ່ນບາດກ້າວສຳຄັນຂອງຝ່າຍປາເລັສຕີນ.
|
|
|